lo_tn/isa/41/01.md

3.9 KiB

ຈົ່ງຟັງແລະມິດງຽບຕໍ່ຫນ້າເຮົາ

ໃນນີ້ຄຳວ່າ “ເຮົາ” ຫມາຍເຖິງພຣະເຈົ້າ.

ແຜ່ນດິນຊາຍຝັ່ງທະເລ

ສິ່ງນີ້ຫມາຍເຖິງຄົນທີ່ອາໄສຢູ່ໃນເກາະດອນ ແລະ ໃນດິນແດນທີ່ມີສາຍແດນຕິດກັບ ຫລື ຢູ່ເທິງທະເລເມດີເຕີເຣແນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-apostrophe]])

ຈົ່ງໃຫ້ປະຊາຊາດສ້າງຄວາມເຂັ້ມແຂງຂຶ້ນໃຫມ່

ແປປະໂຫຍກນີ້ໃນແບບດຽວກັບທີ່ທ່ານໄດ້ແປໃນບົດ 40:29.

ຈົ່ງໃຫ້ພວກເຂົາເຂົ້າມາໃກ້ ແລະ ໃຫ້ພວກເຂົາເວົ້າ; ຂໍໃຫ້ພວກເຮົາເຂົ້າມາໃກ້ກັນເພື່ອໂຕ້ຖຽງກັນຂໍ້ພິພາກສາ

ສອງສໍານວນນີ້ມີຄວາມຫມາຍຄ້າຍຄືກັນ. ປະໂຫຍກທີສອງແມ່ນເພື່ອເນັ້ນຫນັກປະໂຫຍກທຳອິດ. ອາດແປໄດ້ອີກວ່າ: "ຈົ່ງໃຫ້ພວກເຂົາເຂົ້າມາໃກ້ເພື່ອໃຫ້ພວກເຂົາເວົ້າ ແລະ ຫາເຫດຜົນກັບເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຜູ້ໃດໄດ້ປຸກລະດົມຄົນຜູ້ຫນຶ່ງມາຈາກທິດຕາເວັນອອກ, ແລະເອີ້ນທ່ານດ້ວຍຄວາມຊອບທຳມາເພື່ອເຮັດຫນ້າທີ່ຂອງທ່ານ?

ພຣະຢາເວໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າພຣະອົງແມ່ນຜູ້ທີ່ເຮັດໃຫ້ຜູ້ນໍາຄົນນີ້ຈາກທິດຕາເວັນອອກໄດ້ຮັບໄຊຊະນະ. ອາດແປໄດ້ອີກວ່າ: "ເຮົາແມ່ນຜູ້ທີ່ເອີ້ນຜູ້ນໍາທີ່ມີອໍານາດນີ້ມາຈາກທິດຕາເວັນອອກ ແລະ ເຮັດໃຫ້ລາວໄດ້ຮັບໃຊ້ຢ່າງດີ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພຣະອົງຊົງມອບບັນດາປະຊາຊາດໃຫ້ແກ່ທ່ານ

"ເຮົາຊົງມອບບັນດາປະຊາຊາດໃຫ້ແກ່ລາວ" ຫລື "ຜູ້ທີ່ເຮັດສິ່ງເຫລົ່ານີ້ຈະມອບບັນດາປະຊາຊາດໃຫ້ແກ່ລາວ"

ທ່ານເຮັດໃຫ້ພວກເຂົາເປັນຂີ້ຝຸ່ນດ້ວຍດາບຂອງທ່ານ, ຄືກັບຕໍເຂົ້າທີ່ປິວໄປດ້ວຍຄັນທະນູຂອງທ່ານ

ປະເທດທີ່ມາມາຈາກທິດຕາເວັນອອກຈະເອົາຊະນະຖືກປຽບທຽບຄືກັບຂີ້ຝຸ່ນ ແລະຕໍເຝືອງ, ທັງສອງເພາະວ່າພວກເຂົາຈະກາຍເປັນຄົນນ້ອຍຫລາຍຄືກັບສິ່ງເຫລົ່ານັ້ນ ແລະ ເພາະວ່າກອງທັບຂອງລາວຈະກະແຈກກະຈາຍພວກເຂົາໄດ້ຢ່າງງ່າຍດາຍ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-hyperbole]])