lo_tn/isa/38/16.md

2.3 KiB

ຂໍ້ມູນທົ່ວໄປ:

ກະສັດເຮເຊກິຢາສືບຕໍ່ຂຽນຄຳອະທິຖານຂອງລາວ.

ຂໍໃຫ້ຊີວິດຂອງຂ້ານ້ອຍໄດ້ກັບຄືນມາສູ່ຂ້ານ້ອຍ

ສິ່ງນີ້ສາມາດລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະອົງມອບຊີວິດຂອງຂ້ອຍຄືນສູ່ຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຈາກຂຸມແຫ່ງການທຳລາຍ

ກະສັດເຮເຊກິຢາບໍ່ໄດ້ຕາຍແຕ່ລາວໃກ້ຈະຕາຍແລ້ວ. ນີ້ຫມາຍເຖິງພຣະຢາເວຊ່ວຍລາວໃຫ້ລອດພົ້ນຈາກຄວາມຕາຍ. ຄວາມຫມາຍເຕັມຂອງປະໂຫຍກນີ້ສາມາດລະບຸໃຫ້ຈະແຈ້ງຂຶ້ນໄດ້. ອາດແປໄດ້ອີກວ່າ: "ຈາກຄວາມຕາຍແລະໄປສູ່ຂຸມແຫ່ງການທຳລາຍ" ຫລື "ເພື່ອວ່າຂ້ານ້ອຍຈະບໍ່ຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເພາະພຣະອົງໄດ້ຊົງແກວ່ງຄວາມບາບທັງຫມົດດຂອງຂ້ານ້ອຍໄວ້ເບື້ອງຫລັງຂອງພຣະອົງ

ກະສັດເຮເຊກິຢາເວົ້າເຖິງພຣະຢາເວໃຫ້ອະໄພບາບຂອງລາວຄືກັບວ່າພວກມັນເປັນວັດຖຸທີ່ ພຣະຢາເວຊົງແກວ່ງໄວ້ເບື້ອງຫລັງຂອງພຣະອົງ ແລະລືມໄປ. ອາດແປໄດ້ອີກວ່າ: "ເພາະວ່າພຣະອົງໄດ້ໃຫ້ອະໄພບາບຂອງຂ້້ນ້ອຍທັງຫມົດ ແລະ ບໍ່ຄິດເຖິງພວກມັນອີກຕໍ່ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)