lo_tn/isa/38/14.md

4.6 KiB

ຂໍ້ມູນທົ່ວໄປ:

ກະສັດເຮເຊກິຢາສືບຕໍ່ຂຽນຄຳອະທິຖານຂອງລາວ.

ຂ້ານ້ອຍຮ້ອງຈອກແຈກຄືກັບນົກແອ່ນ; ຂ້ານ້ອຍຂັນຄືກັນກັບນົກເຂົາ

ທັງສອງຂໍ້ນີ້ມີຄວາມຫມາຍຄືກັນ ແລະພວກເຂົາໄດ້ເນັ້ນເຖິງສຽງຮ້ອງຂອງກະສັດເຮເຊກິຢາທີ່ໂສກເສົ້າແລະຫນ້າສົງສານສໍາໃດ. ນົກຈອກແຈັກ ແລະນົກເຂົາແມ່ນປະເພດຂອງນົກ. ອາດແປໄດ້ອີກວ່າ: "ສຽງຮ້ອງຂອງຂ້າຂ້ອຍມີຄວາມຫນ້າສົງສານ--ມັນຟັງຄືກັບສຽງຮ້ອງຈອກແຈກຂອງນົກແອ່ນ ແລະ ສຽງຂັນຄືກັນກັບນົກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-simile]])

ຕາຂອງຂ້ານ້ອຍ

ທີ່ນີ້ ກະສັດເຮເຊກິຢາອ້າງເຖິງຕົວເຂົາເອງວ່າ “ຕາ” ຂອງຂ້ານ້ອຍເພື່ອເນັ້ນວ່າລາວກຳລັງຊອກຫາບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: "ຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ກັບການເບິ່ງໄປເບຶ້ອງເທິງ

ນີ້ຫມາຍເຖິງກະສັດເຮເຊກິຢາເບິ່ງໄປທີ່ສະຫວັນເພື່ອໃຫ້ພຣະເຈົ້າຊ່ວຍລາວ. ຄວາມຫມາຍເຕັມຂອງປະໂຫຍກນີ້ສາມາດລະບຸໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ການລໍຖ້າຄວາມຊ່ວຍເຫລືອຈາກສະຫວັນ" ຫລື "ການລໍຖ້າໃຫ້ພຣະອົງຊ່ວຍຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຂ້ານ້ອຍຖືກກົດຂີ່ຂົ່ມເຫັງ

ສິ່ງນີ້ສາມາດລະບຸໄວ້ໃນຮູບແບບທີ່ໃຊ້ງານຢູ່. ອາດແປໄດ້ອີກວ່າ: "ຄວາມເຈັບປ່ວຍຂອງຂ້ານ້ອຍກົດຂີ່ຂົ່ມເຫັງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຂ້ານ້ອຍຈະເວົ້າຫຍັງໄດ້?

ກະສັດເຮເຊກິຢາໃຊ້ຄຳຖາມເພື່ອເນັ້ນວ່າລາວບໍ່ມີຫຍັງເຫລືອທີ່ຈະເວົ້າ. ສິ່ງນີ້ສາມາດຂຽນເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ:"ຂ້ອຍບໍ່ມີຫຍັງທີ່ຈະເວົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຂ້ານ້ອຍຈະຍ່າງຊ້າໆ

ນີ້ແມ່ນສໍານວນ. ທີ່ນີ້ “ຍ່າງ” ຫມາຍເຖິງການດຳເນີນຊີວິດ. ອາດແປໄດ້ອີກວ່າ: "ຂ້ອຍຈະເປັນຢ່າງຄົນຖ່ອມຕົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຕະຫລອດປີເດືອນຂອງຂ້ານ້ອຍ

ນີ້ຫມາຍເຖິງຊີວິດທີ່ເຫລືອຂອງລາວ. ຄວາມຫມາຍຂອງປະໂຫຍກນີ້ສາມາດເຮັດໃຫ້ຈະແຈ້ງຂື້ນໄດ້. ອາດແປໄດ້ອີກວ່າ: "ສ່ວນທີ່ເຫລືອຂອງຊີວິດຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເພາະວ່າຂ້ານ້ອຍເຕັມໄປດ້ວຍຄວາມໂສກເສົ້າ

"ເພາະວ່າຂ້ານ້ອຍເຕັມໄປດ້ວຍຄວາມໂສກເສົ້າ" ຫລື "ເພາະວ່າຂ້ານ້ອຍເສຍໃຈຫລາຍ"