lo_tn/isa/38/12.md

3.7 KiB

ຂໍ້ມູນທົ່ວໄປ:

ກະສັດເຮເຊກິຢາສືບຕໍ່ຂຽນຄຳອະທິຖານຂອງລາວ.

ຊີວິດຂອງຂ້ານ້ອຍໄດ້ຖືກເອົາໄປແລະນຳໄປຈາກຂ້ານ້ອຍຄືກັບເຕັນຂອງຜູ້ລ້ຽງແກະ

ນີ້ເປັນການເຖິງວິທີທີ່ພຣະຢາເວກຳລັງສິ້ນສຸດຊີວິດຂອງກະສັດເຮເຊກິຢາຢ່າງໄວວາ ໂດຍການປຽບທຽບມັນກັບວິທີທີ່ຄົນລ້ຽງແກະຍົກເຕັນຂອງເຂົາອອກຈາກພື້ນດິນ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ເອົາຊີວິດຂອງຂ້າຂ້ອຍໄປຈາກຂ້າຂ້ອຍຢ່າງໄວວາຄືຄົນລ້ຽງແກະເອົາມ້ຽນເຕັນຂອງເຂົາ ແລະອຸ້ມມັນໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຊີວິດຂອງຂ້ານ້ອຍໄດ້ຖືກເອົາໄປ

ນີ້ສາມາດລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ເອົາຊີວິດຂອງຂ້າຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຂ້ານ້ອຍໄດ້ມ້ວນຊີວິດຂອງຂ້ານ້ອຍເຫມືອນດັ່ງຄົນຕ່ຳຜ້າ; ພຣະອົງໄດ້ຊົງຕັດຂ້ານ້ອຍອອກຈາກຫູກຕ່ຳຜ້າ

ສິ່ງນີ້ເວົ້າເຖິງພຣະຢາເວສິ້ນສຸດຊີວິດຂອງກະສັດເຮເຊກິຢາໂດຍການປຽບທຽບກັບວິທີການຄົນຕໍາຜ້າທີ່ຕັດຜ້າຕໍາຈາກຫູກ ແລະ ມ້ວນມັນຂຶ້ນ. ອາດແປໄດ້ອີກວ່າ: "ເຈົ້າກຳລັງສິ້ນສຸດຊີວິດຂ້າຂ້ອຍຢ່າງວອງໄວ, ຄືກັບຜູ້ຕໍາຜ້າທີ່ຕັດຜ້າຂອງລາວຈາກຜ້າຫູກເມື່ອມັນສຳເລັດແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພຣະອົງໄດ້ຊົງຕັດ

ທີ່ນີ້ "ພຣະອົງ" ແມ່ນຄໍານາມ ແລະ ຫມາຍເຖິງພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-yousingular)

ຫູກຕ່ຳຜ້າ

ອຸປະກອນທີ່ໃຊ້ໃນການຕໍາເສັ້ນດ້າຍເຂົ້າກັນເພື່ອເຮັດເປັນຜ້າແພ

ພຣະອົງຊົງຫັກກະດູກທັງຫມົດຂອງຂ້ານ້ອຍຄືກັບສິງໂຕ

ກະສັດເຮເຊກິຢາກ່າວເຖິງວິທີທີ່ລາວມີຄວາມເຈັບປວດຢ່າງຫນັກໂດຍການປຽບທຽບກັບການຈີກຮ່າງກາຍຂອງລາວອອກເປັນຕ່ອນໆໂດຍສິງໂຕ. ອາດແປໄດ້ອີກວ່າ: "ຄວາມເຈັບປວດຂອງຂ້ານ້ອຍຄືກັບວ່າຂ້ອຍກຳລັງຖືກສິງໂຕຈີກຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)