lo_tn/isa/38/01.md

3.1 KiB

ຈົ່ງຈັດການບ້ານເຮືອນຂອງເຈົ້າໃຫ້ຮຽບຮ້ອຍ

ນີ້ຫມາຍຄວາມວ່າການກະກຽມຄອບຄົວຂອງເຈົ້າ ແລະຜູ້ທີ່ຮັບຜິດຊອບວຽກງານຂອງເຈົ້າເພື່ອໃຫ້ພວກເຂົາຈະໄດ້ຮູ້ສິ່ງທີ່ຕ້ອງເຮັດຫລັງຈາກເຈົ້າຕາຍໄປ. ສິ່ງນີ້ສາມາດຂຽນໄດ້ຢ່າງຈະແຈ້ງໄດ້. ອາດແປໄດ້ອີກວ່າ: "ທ່ານຄວນບອກຄົນໃນຣາຊະວັງຂອງເຈົ້າວ່າເຈົ້າຕ້ອງການໃຫ້ພວກເຂົາເຮັດຫຍັງຫລັງຈາກເຈົ້າໄດ້ຕາຍໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ລະນຶກ

ສໍານວນນີ້ຫມາຍຄວາມວ່າການຈື່ຈໍາ. ອາດແປໄດ້ອີກວ່າ: "ຈື່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ດຳເນີນຕໍ່ພະພັກພຣະອົງຢ່າງສັດຊື່

ນີ້ແມ່ນສໍານວນ. ທີ່ນີ້ "ດໍາເນີນ" ຫມາຍເຖິງ "ດໍາເນີນຊີວິດ". ປະໂຫຍກຫມາຍເຖິງວ່າຈະດໍາເນີນຊີວິດໃນແນວທາງທີ່ເຮັດໃຫ້ພຣະຢາເວພໍພຣະໄທ. ອາດແປໄດ້ອີກວ່າ: "ມີຊີວິດຢູ່ຢ່າງຊື່ສັດຕໍ່ຫນ້າພຣະອົງ" ຫລື "ຮັບໃຊ້ພຣະອົງຢ່າງສັດຊື່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ດ້ວຍສຸດໃຈຂອງຂ້ານ້ອຍ

ໃນນີ້ “ໃຈ” ຫມາຍເຖິງຄວາມເປັນຢູ່ພາຍໃນເຊິ່ງສະແດງເຖິງການອຸທິດຕົນຢ່າງສົມບູນແບບຂອງຄົນ. ອາດແປໄດ້ອີກວ່າ: "ດ້ວຍສິ່ງທີ່ຢູ່ພາຍໃນທັງຫມົດຂອງຂ້ອຍ" ຫລື "ດ້ວຍການອຸທິດຕົນທີ່ສົມບູນແບບຂອງຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໄດ້ເຮັດສິ່ງທີ່ດີໃນສາຍພຣະເນດຂອງພຣະອົງເຈົ້າ

ສໍານວນນີ້ "ໃນສາຍພຣະເນດຂອງພຣະອົງເຈົ້າ" ຫມາຍເຖິງສິ່ງທີ່ພຣະຢາເວຄິດ. ອາດແປໄດ້ອີກວ່າ: "ສິ່ງທີ່ເຮັດໃຫ້ພຣະອົງພໍພຣະໄທ" ຫລື "ສິ່ງທີ່ພຣະອົງຖືວ່າເປັນສິ່ງທີ່ດີ"