lo_tn/isa/36/18.md

4.4 KiB

ຂໍ້ມູນທົ່ວໄປ:

ຫົວຫນ້າຜູ້ບັນຊາການທະຫານຍັງສືບຕໍ່ກ່າວຂ່າວສານຂອງກະສັດອັດຊີເຣຍຕໍ່ປະຊາຊົນຢູດາຕໍ່ໄປ. (ເບິ່ງເພີ່ມເຕີມ: 36:16)

ມີພະເຈົ້າອົງໃດຂອງຊົນຊາດທັງຫລາຍທີ່ຊ່ວຍພວກເຂົາໃຫ້ລອດພົ້ນຈາກ ... ກະສັດອັດຊິເຣຍໄດ້ບໍ?

ຫົວຫນ້າຜູ້ບັນຊາການທະຫານໃຊ້ຄຳຖາມນີ້ໃນການເຍາະເຍີ້ຍປະຊາຊົນຢູດາ. ຄຳຖາມນີ້ອາດຈະຂຽນເປັນປະໂຫຍກໄດ້.ອາດແປໄດ້ອີກວ່າ: "ບໍ່ມີພະເຈົ້າຂອງປະຊາຊົນທັງຫລາຍທີ່ຊ່ວຍຊພວກເຂົາໃຫ້ຫລອດພົ້ນຈາກ ... ກະສັດອັດຊີເຣຍໄດ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມືຂອງກະສັດ

ການຄວບຄຸມຂອງກະສັດແມ່ນຖືກເອີ້ນວ່າ "ມື" ຂອງລາວ. ອາດແປໄດ້ອີກວ່າ: "ການຄວບຄຸມຂອງກະສັດ"

ພະເຈົ້າຂອງເມືອງຮາມັດ ແລະ ເມືອງອັກປັດ ຢູ່ບ່ອນໃດ? ພະເຈົ້າຂອງເມືອງເສຟາກວາອິມ ຢູ່ບ່ອນໃດ? ພວກເຂົາຊ່ວຍ ຊາມາເຣຍຈາກອຳນາດຂອງເຮົາໄດ້ບໍ?

ຫົວຫນ້າຜູ້ບັນຊາການທະຫານໃຊ້ຄຳຖາມເຫລົ່ານີ້ໃນການເຢາະເຢີ້ຍປະຊາຊົນຢູດາ. ຄຳຖາມເຫລົ່ານີ້ອາດຈະລວມເຂົ້າກັນ ແລະຂຽນເປັນປະໂຫຍກ. ອາດແປໄດ້ອີກວ່າ: "ບັນດາພະຂອງ ເມືອງຮາມັດ,ເມືອງອັກປັດ, ເມືອງເສຟາກວາອິມ, ແລະ ຊາມາເຣຍບໍ່ໄດ້ຊ່ວຍປະຊາຊົນຂອງພວກເຂົາໃຫ້ຫລອດພົ້ນຈາກພະລັງອຳນາດຂອງເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເມືອງຮາມັດ ... ເມືອງອັກປັດ

ແປຊື່ຂອງເມືອງເຫລົ່ານີ້ຄືກັນກັບທີ່ທ່ານໄດ້ແປໃນ 10: 7. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເມືອງເສຟາກວາອິມ

ນີ້ແມ່ນຊື່ຂອງເມືອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ມີພະເຈົ້າອົງໃດທີ່ຊ່ວຍກູ້ໄດ້ແດ່ ... ຄືກັບວ່າພຣະຢາເວຈະສາມາດຊ່ວຍນະຄອນເຢຣູຊາເລັມຈາກອໍານາດຂອງເຮົາໄດ້?

ຫົວຫນ້າຜູ້ບັນຊາການທະຫານໃຊ້ຄຳຖາມນີ້ໃນການເຢາະເຢີ້ຍປະຊາຊົນຢູດາ. ຄຳຖາມນີ້ອາດຈະຂຽນເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ບໍ່ມີພະເຈົ້າອົງໃດທີ່ໄດ້ຊ່ວຍຊີວິດ ... ແລະ ພຣະຢາເວຈະບໍ່ຊົງຊ່ວຍທ່ານໃຫ້ຫລອດພົ້ນໃນນະຄອນເຢລູຊາເລັມຈາກອຳນາດຂອງເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ແຜ່ນດິນຂອງພຣະອົງ

ນີ້ຫມາຍເຖິງຄົນທີ່ອາໄສຢູ່ໃນແຜ່ນດິນ. ອາດແປໄດ້ອີກວ່າ: "ປະຊາຊົນຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)