lo_tn/isa/36/16.md

2.8 KiB

ຂໍ້ມູນທົ່ວໄປ:

ຫົວຫນ້າຜູ້ບັນຊາການທະຫານຍັງສືບຕໍ່ກ່າວກັບປະຊາຊົນຢູດາຕໍ່ໄປ.

ຈົ່ງເຮັດສັນຍາສັນຕິພາບກັບເຮົາ

ສໍານວນນີ້ຫມາຍຄວາມວ່າຈະຕົກລົງຢ່າງເປັນທາງການ ເພື່ອປະຕິບັດຢ່າງສັນຕິພາບຕໍ່ກັນ ແລະ ກັນ. ອາດແປໄດ້ອີກວ່າ: "ຂໍໃຫ້ພວກເຮົາຕົກລົງກັນວ່າຈະມີຄວາມສະຫງົບສຸກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ອອກມາຫາເຮົາ

ສໍານວນນີ້ຫມາຍຄວາມເຖິງການຍອມຈໍານົນ. ອາດແປໄດ້ອີກວ່າ: "ຍອມແພ້ຕໍ່ຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຈົນກວ່າເຮົາຈະມາ ແລະເອົາໄປ

ຕໍ່ໄປນີ້ກະສັດແຫ່ງອັດຊີເຣຍກຳລັງອ້າງເຖິງກອງທັບຂອງລາວເປັນຕົນເອງ. ອາດແປໄດ້ອີກວ່າ: "ຈົນກ່ວາກອງທັບຂອງຂ້ອຍຈະມາ ແລະເອົາໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ແຜ່ນດິນທີ່ມີເຂົ້າ ແລະ ເຫລົ້າອາງຸ່ນໃຫມ່, ແຜ່ນດິນທີ່ມີເຂົ້າຈີ່ ແລະ ສວນຫມາກອະງຸ່ນ

ປະໂຫຍກສອງຢ່າງນີ້ມີຄວາມຫມາຍດຽວກັນ ແລະ ຖືກນຳໃຊ້ຮ່ວມກັນເພື່ອເນັ້ນວ່າແຜ່ນດິນທີ່ຈະເລີນຮຸ່ງເຮືອງຈະເປັນແນວໃດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ແຜ່ນດິນທີ່ມີເຂົ້າ ... ແຜ່ນດິນທີ່ມີເຂົ້າຈີ່

ນີ້ຫມາຍຄວາມວ່າແຜ່ນດິນຂອງພວກເຕັມໄປດ້ວຍຊັບພະຍາກອນທຳມະຊາດເຊັ່ນ: ເມັດພືດ. ອາດແປໄດ້ອີກວ່າ: "ແຜ່ນແດນທີ່ມີເມັດພືດຫລາຍ ... ແຜ່ນແດນທີ່ມີເຂົ້າຈີ່ຢ່າງຫລວງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-possession)