lo_tn/isa/36/09.md

3.6 KiB

ຂໍ້ມູນທົ່ວໄປ:

ເລື່ອງນີ້ຍັງສືບຕໍ່ເປັນຂ່າວສານແຫ່ງກະສັດອັດຊີເຣຍຕໍ່ເຮເຊກີຢາໂດຍການເວົ້າກັບຄົນຂອງເຮເຊກີຢາ. (ເບິ່ງເພີ່ມເຕີມ: 36:4)

ທ່ານຈະສາມາດຕ້ານທານກັບນາຍກອງຜູ້ເລັກນ້ອຍຄົນດຽວ ... ຜູ້ຮັບໃຊ້ໄດ້ແນວໃດ?

ຫົວຫນ້າຜູ້ບັນຊາການທະຫານຍັງສືບຕໍ່ເຢາະເຢີ້ຍເຮເຊກີຢາ ແລະ ກອງທັບຂອງລາວ. ເມື່ອລາວເວົ້າວ່າ "ເຈົ້າ," ຫມາຍເຖິງເຮເຊກີຢາ, ໂດຍແທ້ຈິ່ງແລ້ວລາວເວົ້າເຖິງກອງທັບຂອງເຮເຊກີຢາ. ຄຳຖາມນີ້ອາດຈະຂຽນເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ກອງທັບຂອງເຈົ້າບໍ່ສາມາດເອົາຊະນະນາຍກອງຄົນໜຶ່ງ ... ຄົນຮັບໃຊ້." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-synecdoche]])

ແລ້ວຕອນນີ້, ຂ້ອຍໄດ້ເດີນທາງມາທີ່ນີ້ເພື່ອຕໍ່ສູ້ ແລະ ທຳລາຍແຜ່ນດິນນີ້ໂດຍປາສະຈາກຄວາມຊ່ວຍເຫລືອຈາກພຣະຢາເວຊັ້ນບໍ?

ຫົວຫນ້າຜູ້ບັນຊາການທະຫານໃຊ້ຄຳຖາມອີກຂໍ້ຫນຶ່ງ ເພື່ອເຢາະເຢີ້ຍເຮເຊກີຢາ ແລະປະຊາຊົນຢູດາ. ຄຳຖາມນີ້ອາດຈະຂຽນເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ຂ້ອຍມາທີ່ນີ້ດ້ວຍ ຄຳສັ່ງຂອງພຣະຢາເວ ເພື່ອທຳລາຍນະຄອນເຢຣູຊາເລັມ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໂດຍປາສະຈາກພຣະຢາເວ

ໃນນີ້ຄຳວ່າ "ພຣະຢາເວ" ຫມາຍເຖິງຄຳສັ່ງຂອງພຣະຢາເວ. ອາດແປໄດ້ອີກວ່າ: "ໂດຍໂດຍປາສະຈາກຄໍາສັ່ງຂອງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຕໍ່ສູ້ ແລະ ທຳລາຍແຜ່ນດິນນີ້ ... ໂຈມຕີແຜ່ນດິນນີ້ ແລະ ທຳລາຍມັນເສຍ.

ນີ້ຫມາຍຄວາມວ່າຕໍ່ສູ້ກັບປະຊາຊົນ ແລະກໍ່ໃຫ້ເກີດຄວາມພິນາດໃນສະຖານທີ່ທີ່ພວກເຂົາອາໄສຢູ່. ແຜ່ນດິນທີ່ກ່າວເຖິງນີ້ແມ່ນນະຄອນເຢຣູຊາເລັມ. ອາດແປໄດ້ອີກວ່າ: "ຕໍ່ສູ້ປະຊາຊົນນີ້ ແລະ ທຳລາຍແຜ່ນດິນຂອງພວກເຂົາ ... ໂຈມຕີຄົນເຫລົ່ານີ້ ແລະ ທຳລາຍແຜ່ນດິນຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)