lo_tn/isa/36/06.md

5.5 KiB

ຂໍ້ມູນທົ່ວໄປ:

ເລື່ອງນີ້ແມ່ນຂ່າວສານຕໍ່ຂອງກະສັດອັດຊີເຣຍທີ່ມີຕໍ່ເຮເຊກີຢາ. ຫົວຫນ້າຜູ້ບັນຊາການທະຫານກໍາລັງເວົ້າ ເຖິງຂ່າວສານກັບຄົນຂອງເຮເຊກີຢາ. (ເບິ່ງເພີ່ມເຕີມ: 36:4)

ເບິ່ງແມ

ເຊັນນາເກຣິບໃຊ້ສໍານວນນີ້ເພື່ອດຶງດູດຄວາມສົນໃຈຂອງ ເຮເຊກີຢາຕໍ່ສິ່ງທີ່ລາວເວົ້າຕໍ່ໄປ. ອາດແປໄດ້ອີກວ່າ: "ຈົ່ງຟັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໄວ້ວາງໃຈໃນປະເທດເອຢິບ

ທີ່ນີ້ “ ປະເທດເອຢີບ” ຫມາຍຖິງກອງທັບເອຢີບ. ອາດແປໄດ້ອີກວ່າ: "ໄວ້ວາງໃຈໃນກອງທັບເອຢີບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ໄມ້ຄັນເທົ້າເປັນຕົ້ນກົກທີ່ແຕ່ກແລ້ວ, ແຕ່ຖ້າມີຄົນກຳເທິງໄມ້ນັ້ນມັນກໍຈະປັກ ແລະແທງມືຂອງເຂົາ,

ເລື່ອງນີ້ເວົ້າເຖິງປະເທດເອຢິບ, ໂດຍສະເພາະກອງທັບ ແລະກະສັດຟາໂຣເອງ, ຄືກັບວ່າມັນແມ່ນຕົ້ນກົກທີ່ແຕ່ກແລ້ວເພື່ອເນັ້ນວ່າການພຶງພາພວກເຂົາຈະບໍ່ຊ່ວຍພວກເຂົາແຕ່ຈະເປັນອັນຕະລາຍແກ່ພວກເຂົາເທົ່ານັ້ນ. ອາດແປໄດ້ອີກວ່າ: "ຄືກັບການຍ່າງດ້ວຍໄມ້ຄັນເທົ້າຕົ້ນກົກທີ່ແຕ່ກແລ້ວ, ມັນຈະກໍຈະປັກ ແລະແທງມືຂອງເຂົາ," (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຕົ້ນກົກທີ່ແຕກແລ້ວ

ຕົ້ນກົກເປັນລໍາຕົ້ນທີ່ຍາວ ແລະບາງໆຂອງພືດຄ້າຍຄືກັບຫຍ້າສູງ. ຖ້າຫາກມັນແຕກ ຫລື ເສຍຫາຍມັນບໍ່ສາມາດຮັບນໍ້າຫນັກຍັງໄດ້.

ໄມ້ຄັນເທົ້າ

ນີ້ແມ່ນໄມ້ທີ່ຜູ້ໃດຜູ້ຫນຶ່ງ ຈະໃຊ້ເພື່ອປະຄັບປະຄອງໃນເວລາຍ່າງ, ເຮັດດ້ວຍກິ່ງໄມ້ປະເພດໃດກໍ່ໄດ້ທີ່ພົບຢູ່ຕາມທາງ.

ກໍ່ຍ້ອນພຣະອົງບໍ່ແມ່ນຫລືທີ່ເຮເຊກີຢາໄດ້ຮື້ທຳລາຍສະຖານສູງ ແລະ ແທ່ນບູຊາຂອງພະອົງຖິ້ມໄປ ... ໃນເມືອງເຢຣູຊາເລັມ"?

ລາວເປັນກະສັດແຫ່ງອັດຊີເຣຍນຳໃຊ້ຄຳຖາມນີ້ໃນການເຍາະເຍີ້ຍປະຊາຊົນ ແລະ ບົງບອກເຖິງວ່າພຣະຢາເວຊົງໂກດຮ້າຍ ກ່ຽວກັບສິ່ງທີ່ເຮເຊກີຢາໄດ້ເຮັດ ແລະ ຈະບໍ່ປົກປ້ອງພວກເຂົາ. ຄໍາຖາມທີ່ບໍ່ຫວັງຄໍາຕອບນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ລາວແມ່ນຜູ້ທີ່ເຮເຊກີຢາໄດ້ຮື້ທຳລາຍສະຖານສູງ ແລະ ແທ່ນບູຊາຖິ້ມໄປ ... ໃນເມືອງເຢຣູຊາເລັມ" ຫລື " ລາວແມ່ນຜູ້ທີ່ເຮເຊກີຢາດູຖູກໂດຍການຮື້ທໍາລາຍທີ່ສູງ ແລະ ແທ່ນບູຊາຂອງລາວ ... ເຢຣູຊາເລັມ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-explicit]])

ຂົາກ່າວກັບຢູດາຍ ແລະ ເຢຣູຊາເລັມວ່າ, "ພວກເຈົ້າຕ້ອງນະມັດສະການຕໍ່ຫນ້າແທ່ນບູຊານີ້ໃນເມືອງເຢຣູຊາເລັມ

ສິ່ງນີ້ສາມາດຂຽນເປັນຄຳເວົ້າທາງອ້ອມ. "ຢູດາ" ແລະ "ເຢຣູຊາເລັມ" ຫມາຍເຖິງຄົນທີ່ອາໄສຢູ່ໃນນັ້ນ. ອາດແປໄດ້ອີກວ່າ: "ເຈົ້າໄດ້ບອກປະຊາຊົນຢູດາ ແລະ ເຢຣູຊາເລັມວ່າ ພວກເຂົາຕ້ອງນະມັດສະການທີ່ແທ່ນບູຊານີ້ໃນເຢຣູຊາເລັມເທົ່ານັ້ນ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotations]] ແລະ [[rc:///ta/man/translate/figs-metonymy]])