lo_tn/isa/36/04.md

2.4 KiB

ກ່າວກັບພວກເຂົາວ່າ

"ກ່າວກັບເອລີອາກິມ, ເຊັບນາ, ແລະໂຢອາ"

ເຈົ້າຫມັ້ນໃຈຄວາມຊ່ວຍເຫລືອຈາກຜູ້ໃດ?

ກະສັດແຫ່ງອັດຊີເຣຍໃຊ້ຄຳຖາມນີ້ເພື່ອທ້າທາຍເຮເຊກີຢາ ແລະ ກ່າວວ່າລາວບໍ່ມີແຫລ່ງຂໍ້ມູນທີ່ດີສຳລັບຄວາມຫມັ້ນໃຈ. ຄຳຖາມນີ້ອາດຈະຂຽນເປັນປະໂຫຍກໄດ້.ອາດແປໄດ້ອີກວ່າ: "ທ່ານບໍ່ມີແຫລ່ງທີ່ຫນ້າເຊື່ອຖືໄດ້ສຳລັບຄວາມຫມັ້ນໃຈຂອງເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມີທີ່ປຶກສາ ແລະກຳລັງຮົບສຳລັບສົງຄາມ

"ເຈົ້າມີສະພາ ແລະກໍາລັງທີ່ຈະເຮັດສົງຄາມ." ສໍານວນທີ່ວ່າ “ ກຳລັງສໍາລັບສົງຄາມ” ຫມາຍເຖິງການມີກອງທັບທີ່ໃຫ່ຍ ແລະເຂັ້ມແຂງພຽງພໍດ້ວຍອາວຸດ. ອາດແປໄດ້ອີກວ່າ: "ທ່ານມີສະພາທະຫານພຽງພໍ, ຜູ້ຊາຍທີ່ແຂງແຮງ, ແລະອາວຸດທີ່ຈະເຂົ້າສູ່ສົງຄາມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ດຽວນີ້ເຈົ້າໄວ້ໃຈໃຜ? ມີໃຜທີ່ເຮັດໃຫ້ເຈົ້າກ້າກະບົດຕໍ່ເຮົາ?

ກະສັດແຫ່ງອັດຊີເຣຍໃຊ້ຄຳຖາມໃນການເຍາະເຍີ້ຍເຮເຊກີຢາເພາະເຊື່ອວ່າລາວມີກຳລັງທີ່ຈະກະບົດ. ຄຳຖາມນີ້ອາດຈະຂຽນເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ບໍ່ວ່າທ່ານຈະໄວ້ໃຈໃຜ, ທ່ານຈະບໍ່ມີຄວາມກ້າຫານທີ່ຈະກ້າກະບົດຕໍ່ເຮົາ."