lo_tn/isa/35/08.md

3.1 KiB

ຂໍ້ມູນທົ່ວໄປ:

ຂໍ້ພຣະຄຳພີເຫລົ່ານີ້ຍັງສືບຕໍ່ອະທິບາຍເຖິງອະນາຄົດອັນຮຸ່ງເຮືອງສໍາລັບປະຊາຊົນຂອງພຣະເຈົ້າ.

ຈະມີທາງຫລວງສາຍຫນຶ່ງທີ່ເອີ້ນວ່າທາງບໍລິສຸດ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເສັ້ນທາງຫລວງຈະຢູ່ທີ່ນັ້ນທີ່ມີຊື່ວ່າທາງບໍລິສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ທາງຫລວງ

ແປຄຳນີ້ຄືກັນກັບທີ່ທ່ານໄດ້ແປໃນ 11:16.

ຄົນທີ່ມີຄວາມບາບ

ນີ້ຫມາຍເຖິງຄົນທີ່ບໍ່ສະອາດ. ບຸກຄົນທີ່ພຣະເຈົ້າຖືວ່າບໍ່ເປັນທີ່ຍອມຮັບທາງວິນຍານຫລືມີມົນທິນຖືກກ່າວເຖິງຄືກັບວ່າຄົນນັ້ນບໍ່ສະອາດທາງຮ່າງກາຍ. ອາດແປໄດ້ອີກວ່າ: "ຜູ້ທີ່ບໍ່ສະອາດ" ຫລື "ຄົນທີ່ບໍ່ຍອມຮັບພຣະເຈົ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-nominaladj]] ແລະ [[rc:///ta/man/translate/figs-metaphor]])

ຄົນທີ່ເດີນໃນທາງນັ້ນ

ນີ້ແມ່ນສໍານວນ. ທີ່ນີ້ "ຍ່າງ" ຫມາຍເຖິງ "ການດຳເນີນຊີວິດ." ນີ້ຫມາຍເຖິງຜູ້ທີ່ມີຊີວິດທີ່ບໍລິສຸດ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດລະບຸໃຫ້ຈະແຈ້ງຂຶ້ນ. ອາດແປໄດ້ອີກວ່າ: "ຜູ້ທີ່ດຳເນີນຊີວິດໃນທາງທີ່ບໍລິສຸດ " ຫລື " ຜູ້ທີ່ດຳເນີນຊີວິດທີ່ບໍລິສຸດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-explicit]])

ພວກເຂົາຈະບໍ່ພົບໃນທາງນັ້ນ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ບໍ່ມີໃຜຈະພົບພວກເຂົາຢູ່ທີ່ນັ້ນ"

ໄຖ່

ຄໍານີ້ຫມາຍເຖິງຄົນທີ່ພຣະເຈົ້າໄດ້ໄຖ່. ອາດແປໄດ້ອີກວ່າ: "ຜູ້ທີ່ຖືກໄຖ່" ຫລື "ຜູ້ທີ່ພຣະເຈົ້າໄດ້ໄຖ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)