lo_tn/isa/35/05.md

5.1 KiB

ຂໍ້ມູນທົ່ວໄປ:

ຂໍ້ພຣະຄຳພີເຫລົ່ານີ້ເລີ່ມຕົ້ນ ການອະທິບາຍເຖິງອະນາຄົດອັນຮຸ່ງເຮືອງສຳລັບປະຊາຊົນຂອງພຣະເຈົ້າ.

ຕາຂອງຄົນຕາບອດຈະເບິ່ງເຫັນ

"ຄົນຕາບອດ" ຫມາຍເຖິງຄົນຕາບອດ. ພວກເຂົາຖືກກ່າວເຖິງໂດຍ "ຕາ" ຂອງພວກເຂົາເພື່ອເນັ້ນຫນັກການຮັກສາຂອງພວກເຂົາ. ອາດແປໄດ້ອີກວ່າ: "ຄົນຕາບອດຈະເບີ່ງເຫັນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-nominaladj]] ແລະ [[rc:///ta/man/translate/figs-synecdoche]])

ຄົນຫູຫນວກຈະໄດ້ຍິນ

"ຄົນຫູຫນວກ" ຫມາຍເຖິງຄົນທີ່ບໍ່ໄດ້ຍິນ. ພວກເຂົາຖືກກ່າວເຖິງໂດຍ "ຫູ" ຂອງພວກເຂົາເພື່ອເນັ້ນຫນັກການຮັກສາຂອງພວກເຂົາ. ອາດແປໄດ້ອີກວ່າ: "ຄົນຫູຫນວກຈະໄດ້ຍິນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-nominaladj]] ແລະ [[rc:///ta/man/translate/figs-synecdoche]])

ຄົນຂາພິການຈະໂດດເຕັ້ນຄືກັບໂຕກວາງ

ຫມາຍຄວາມວ່າຜູ້ທີ່ບໍ່ສາມາດຍ່າງຈະສາມາດໂດດໄດ້. ຄວາມສາມາດໃນການໂດດເຕັ້ນຂອງລາວແມ່ນເວົ້າເກີນຈິງໂດຍເວົ້າວ່າລາວສາມາດໂດດຄືໂຕກວາງ. ອາດແປໄດ້ອີກວ່າ: "ຄົນຂາພິການຈະກະໂດດສູງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-hyperbole]])

ລີ້ນຂອງຄົນປາກກືກຈະຮ້ອງເພງ

ນີ້ຫມາຍເຖິງຄົນທີ່ເວົ້າບໍ່ໄດ້. ພວກເຂົາຖືກກ່າວເຖິງໂດຍ "ລີ້ນ" ຂອງພວກເຂົາເພື່ອເນັ້ນການຮັກສາຂອງພວກເຂົາ. ອາດແປໄດ້ອີກວ່າ: "ຄົນປາກກືກຈະຮ້ອງເພງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ແມ່ນ້ຳທັງຫລາຍຈະເກີດຂຶ້ນໃນຖິ່ນທຸລະກັນດານ

ຄຳສັບທີ່ຂາດຫາຍໄປອາດຈະຖືກເພີ່ມ. ອາດແປໄດ້ອີກວ່າ: "ແມ່ນໍ້າຈະໄຫລໃນຖິ່ນທຸລະກັນດານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ດິນຊາຍທີ່ຖືກແຜດເຜົາຈະກາຍເປັນສະນ້ຳ

ນີ້ຫມາຍຄວາມວ່າຫນອງນໍ້າຈະປາກົດຢູ່ໃນດິນຊາຍຮ້ອນ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດລະບຸໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ສະນໍ້າຈະປາກົດຢູ່ໃນດິນຊາຍທີ່ກໍາລັງລຸກໄຫມ້ຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພື້ນດິນທີ່ຫີວກະຫາຍ

ໃນທີ່ນີ້ພື້ນດິນທີ່ແຫ້ງແລ້ງຖືກອະທິບາຍວ່າກໍາລັງຫິວກະຫາຍ. ອາດແປໄດ້ອີກວ່າ: "ພື້ນດິນທີ່ແຫ້ງແລ້ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ພື້ນດິນທີ່ແຫ້ງແລ້ງຈະກາຍເປັນນ້ຳພຸ

ນີ້ຫມາຍຄວາມວ່ານໍ້າພຸຈະປາກົດຂື້ນຢູ່ໃນພື້ນດິນທີ່ແຫ້ງແລ້ງ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດລະບຸໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ນໍ້າພຸຈະປາກົດຂຶ້ນຢູ່ໃນພື້ນດິນທີ່ຫິວກະຫາຍນໍ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຫມາປ່າ

ແປຄໍານີ້ຄືກັນກັບທີ່ທ່ານໄດ້ແປໃນຂໍ້ 13:21.

ຕົ້ນໂອກ ແລະຕົ້ນອໍ້.

ພືດເຫລົ່ານີ້ແມ່ນພືດທີ່ເຕີບໃຫຍ່ໃນພື້ນທີ່ປຽກຊຸ່ມ.