lo_tn/isa/35/03.md

3.0 KiB

ຂໍ້ມູນທົ່ວໄປ:

ເອຊາຢາກຳລັງເວົ້າກັບຊາວຢູດາ.

ຈົ່ງເສີມກຳລັງແກ່ມືທີ່ອ່ອນແຮງ, ແລະ ຈົ່ງເຮັດໃຫ້ຫົວເຂົ່າທີ່ສັ່ນນັ້ນໃຫ້ຫມັ້ນຄົງ.

ຄຳວ່າ "ມືອ່ອນແຮງ" ແລະ "ຫົວເຂົ່າທີ່ສັ່ນ" ຫມາຍເຖິງບຸກຄົນທີ່ມີຄວາມຢ້ານກົວ. ອາດແປໄດ້ອີກວ່າ: "ສ້າງຄວາມເຂັ້ມແຂງໃຫ້ກັບມືທີ່ອອ່ນແຮງ ແລະ ຫົວເຂົ່າທີ່ສັ່ນຈາກຄວາມຢ້ານກົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຄົນທີ່ມີຈິດໃຈຢ້ານກົວ

ໃນທີ່ນີ້ຄົນເຮົາຖືກກ່າວເຖິງໂດຍຫົວໃຈຂອງພວກເຂົາ, ເຊິ່ງເນັ້ນເຖິງຄວາມຮູ້ສຶກພາຍໃນຂອງພວກເຂົາ. ອາດແປໄດ້ອີກວ່າ: "ຕໍ່ຜູ້ທີ່ມີຄວາມຢ້ານກົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເບິ່ງແມ

ນີ້ແມ່ນສໍານວນ. ຄຳນີ້ໃຊ້ຢູ່ທີ່ນີ້ເພື່ອດຶງດູດຄວາມສົນໃຈຂອງຜູ້ຟັງໃຫ້ກັບສິ່ງທີ່ກໍາລັງເວົ້າຕໍ່ໄປ. ອາດແປໄດ້ອີກວ່າ: "ຈົ່ງຟັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພຣະເຈົ້າຂອງພວກເຈົ້າຈະມາດ້ວຍການແກ້ແຄ້ນ, ດ້ວຍການຕອບແທນຂອງພຣະເຈົ້າ

ນີ້ສາມາດໄດ້ຮັບການໃຊ້ຄໍາສັບຄືນໃຫມ່ ເພື່ອວ່າຄຳນາມທີ່ເປັນນາມມະທຳ"ການແກ້ແຄ້ນ" ແລະ "ການຕອບແທນ" ແມ່ນສະແດງອອກເປັນຄຳກິລິຍາ "ລົງໂທດ." ຄຳວ່າ "ການແກ້ແຄ້ນ" ແລະ "ການຕອບແທນ" ຫມາຍເຖິງສິ່ງດຽວກັນ ແລະ ເນັ້ນຫນັກວ່າພຣະເຈົ້າຈະລົງໂທດສັດຕູຂອງຢູດາ. ອາດແປໄດ້ອີກວ່າ: "ພຣະເຈົ້າຂອງເຈົ້າຈະລົງໂທດສັດຕູຂອງເຈົ້າໃນສິ່ງທີ່ພວກເຂົາໄດ້ເຮັດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-doublet]])