lo_tn/isa/35/01.md

5.3 KiB

ຖິ່ນທຸລະກັນດານ ແລະ ອາຣາບາຈະຍິນດີ; ແລະ ທະເລຊາຍຈະປິຕິຍິນດີ

ສໍານວນສອງປະໂຫຍກນີ້ມີຄວາມຫມາຍພື້ນຖານຄືກັນ. ບັນດາສະຖານທີ່ແຫ່ງນີ້ໄດ້ຖືກອະທິບາຍວ່າມີຄວາມຍິນດີ, ຄືກັບບຸກຄົນທີ່ມີຄວາມສຸກ, ເພາະວ່າພວກເຂົາໄດ້ຮັບນໍ້າ ແລະກໍາລັງອອກດອກເບັ່ງບານ. ອາດແປໄດ້ອີກວ່າ: "ມັນຈະເປັນຄືກັບຖິ່ນທຸລະກັນດານ ແລະຊາວອາຣາບາມີຄວາມຍິນດີ ແລະ ທະເລຊາຍຈະປິຕິຍິນດີ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-parallelism]])

ແລະເບັ່ງບານ

ສິ່ງນີ້ເວົ້າເຖິງບັນດາພືດໃນທະເລຊາຍທີ່ກໍາລັງອອກດອກເບັ່ງບານຄືກັບທະເລຊາຍຕົວມັນເອງທີ່ກຳລັງອອກດອກເບັ່ງບານ. ອາດແປໄດ້ອີກວ່າ: "ແລະພືດຂອງມັນຈະອອກດອກເບັ່ງບານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເຫມືອນດັ່ງດອກກຸຫລາບ. ມັນຈະອອກດອກຢ່າງອຸດົມສົມບູນ

ສິ່ງນີ້ປຽບທຽບວິທີການທີ່ພືດໃນທະເລຊາຍອອກດອກເບັ່ງບານຄືກັບດອກກຸຫລາບທີ່ມີດອກເປັນຈໍານວນຫລາຍ. ອາດແປໄດ້ອີກວ່າ: "ທະເລຊາຍຈະປູກພືດໃຫມ່ ແລະຕົ້ນໄມ້ໃຫມ່ໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ແລະປິຕິຍິນດີດ້ວຍຄວາມເບີກບານມ່ວນຊື່ນ ແລະ ຮ້ອງເພງ

ນີ້ເວົ້າເຖິງທະເລຊາຍຄືກັບວ່າມັນມີຄວາມສຸກ ແລະຮ້ອງເພງຄືກັບຄົນ. ອາດແປໄດ້ອີກວ່າ: "ມັນຈະເປັນຄືກັບວ່າທຸກສິ່ງທຸກຢ່າງມີຄວາມປິຕິຍິນດີ ແລະ ຮ້ອງເພງ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ມັນຈະໄດ້ຮັບສະຫງ່າລາສີຂອງເລບານອນ

ນີ້ສາມາດລະບຸໄດ້ໃນຮູບແບບປະໂຫຍກກົງ. ສິ່ງນີ້ເວົ້າເຖິງພຣະຢາເວເຮັດໃຫ້ທະເລຊາຍນັ້ນເບິ່ງຄືກັບເລບານອນທີ່ມີຄວາມສະຫງ່າງົດງາມຄືກັບວ່າພຣະອົງກໍາລັງມອບສະຫງ່າລາສີແກ່ທະເລຊາຍຂອງເລບານອນ. ອາດແປໄດ້ອີກວ່າ: "ພຣະຢາເວຈະມອບສະຫງ່າລາສີແຫ່ງເລບານອນ" ຫລື "ພຣະຢາເວຈະເຮັດໃຫ້ມັນສະຫງ່າງົດງາມຄືກັນກັບເລບານອນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-metaphor]])

ຄວາມສວຍງາມຕາຂອງກາເມນ ແລະ ຊາໂຣນ

ຄຳສັບທີ່ຂາດຫາຍໄປອາດຈະຖືກເພີ່ມ. ນອກຈາກນີ້, ສິ່ງນີ້ຍັງເວົ້າເຖິງພຣະຢາເວເຮັດໃຫ້ທະເລຊາຍເບິ່ງສວຍງາມຄືກັບກາເມນ ແລະ ຊາໂຣນຄືກັບວ່າພຣະອົງໄດ້ມອບທະເລຊາຍກັບຄວາມສວຍງາມຂອງພວກເຂົາ. ອາດແປໄດ້ອີກວ່າ: "ຄວາມສວຍງາມຂອງກາເມນ ແລະ ຊາໂຣນຈະຖືກມອບໃຫ້ແກ່ມັນ" ຫລື "ພຣະຢາເວຈະເຮັດໃຫ້ມັນສວຍງາມຕາຄືກັບກາເມນ ແລະ ຊາໂຣນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-ellipsis]] ແລະ [[rc:///ta/man/translate/figs-metaphor]])

ລັດສະຫມີຂອງພຣະຢາເວ, ພຣະສະຫງ່າລາສີຂອງພຣະເຈົ້າຂອງພວກເຮົາ.

ສໍານວນສອງປະໂຫຍກນີ້ມີຄວາມຫມາຍຄືກັນໂດຍທົ່ວໄປ ແລະ ເນັ້ນຫນັ້ກເຖິງພະລັກສະນະຂອງພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)