lo_tn/isa/33/20.md

4.5 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ເວົ້າກັບປະຊາຊົນຢູດາ.

ເມືອງແຫ່ງເທດສະການງານລ້ຽງຂອງພວກເຮົາ

ນີ້ຫມາຍຄວາມວ່າພວກເຂົາມີເທດສະການແລະພິທີສະຫລອງໃນເມືອງນີ້. ອາດແປໄດ້ອີກວ່າ: "ເມືອງບ່ອນທີ່ພວກເຮົາໄດ້ມີເທດສະການຂອງພວກເຮົາ" ຫລື "ພວກເຂົາເມືອງບ່ອນທີ່ພວກເຮົາສະເຫລີມສະຫລອງເທດສະການຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-possession)

ດວງຕາຂອງເຈົ້າຈະເຫັນ

ປະຊາຊົນຖືກອ້າງອິງໂດຍ "ດວງຕາ" ຂອງພວກເຂົາເນັ້ນວ່າສິ່ງທີ່ພວກເຂົາກຳລັງເຫັນຢູ່. ອາດແປໄດ້ອີກວ່າ: "ພວກເຈົ້າຈະເຫັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຈະບໍ່ມີການຍ້າຍຜ້າເຕັ້ນອີກຕໍ່ໄປ

ນີ້ເວົ້າກ່ຽວກັບຊີໂອນເປັນທີ່ປອດໄພ ແລະຖືກກໍຕັ້ງຢ່າງດີ ເຫມືອນກັບວ່າມັນເປັນເຕັ້ນທີ່ປອດໄພ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ ແລະຖືກຂຽນໃຫ້ເປັນປະໂຫຍກໃຫມ່ໄດ້. ອາດແປໄດ້ອີກວ່າ: "ມັນຈະເປັນທີ່ປອດໄພ, ເຫມືອນເຕັ້ນທີ່ບໍ່ມີໃຜຈະສາມາດເຄື່ອນຍ້າຍໄດ້" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ຫລັກສຽບຈະບໍ່ຖືກຖອນຂຶ້ນມາ ອີກທັງຈະບໍ່ມີເຊືອກຂອງຜ້າເຕັ້ນເສັ້ນໃດທີ່ຂາດເລີຍ

ນີ້ແມ່ນການປຽບທຽບວ່າຊີໂອນກັບເຕັ້ນທີ່ປອດໄພ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຫລັກສຽບເຫລົ່ານັ້ນຈະບໍ່ມີໃຜດືງອອກໄດ້ ແລະ ເຊືອກຂອງຜ້າເຕັ້ນນັ້ນຈະບໍ່ມີໃຜທີ່ຈະເຮັດໃຫ້ຂາດໄດ້" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ພຣະຢາເວ ຜູ້ຊົງສະງ່າງາມຈະສະຖິດກັບເຮົາ ໃນທີ່ເຊິ່ງມີແມ່ນ້ຳລຳທານອັນກວ້າງໃຫຍ່, ໃນສະຖານທີ່ຂອງແມ່ນ້ຳ ແລະ ສາຍນ້ຳ ທີ່ກວ້າງໃຫຍ່

ທີ່ນີ້ "ເຮົາ" ຫມາຍເຖິງເອຊາຢາແລະລວມທັງປະຊາຊົນຢູດາ. ການເວົ້າເຖິງຄວາມປອດໄພຂອງການມີຊີວິດກັບພຣະຢາເວ ເຫມືອນກັບວ່າມັນເປັນສະຖານທີ່ບ່ອນທີ່ແມ່ນໍ້າໄຫລອ້ອມຮອບມັນເພື່ອທີ່ພວກສັດຕູຈະບໍ່ສາມາດໂຈມຕີໄດ້. ອາດແປໄດ້ອີກວ່າ: "ພຣະຢາເວ ຜູ້ຊົງສະງ່າງາມຈະສະຖິດກັບເຮົາ, ແລະພວກເຮົາຈະປອດໄພເຫມືອນກັບພວກເຮົາຢູ່ໃນບ່ອນທີ່ອ້ອມຮອບພວກເຮົາດ້ວຍແມ່ນໍ້າທັງຫລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-inclusive]] ແລະ [[rc:///ta/man/translate/figs-metaphor]])

ເດີນທາງໄປໄດ້

"ຈະເດີນທາງແມ່ນໍ້າ"