lo_tn/isa/33/13.md

3.8 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ເວົ້າ.

ພວກເຈົ້າທີ່ຢູ່ຫ່າງໄກ, ຈົ່ງຟັງສິ່ງທີ່ເຮົາໄດ້ເຮັດແລ້ວ; ແລະ, ພວກເຈົ້າທີ່ຢູ່ໃກ້, ຈົ່ງຮັບຮູ້ເຖິງອຳນາດຂອງເຮົາ

ພຣະຢາເວໃຊ້ຄຳວ່າ "ຢູ່ຫ່າງໄກ" ແລະ "ຢູ່ໃກ້" ຫມາຍເຖິງປະຊາຊົນທັງຫມົດ. ຄຳວ່າ "ອຳນາດ" ສາມາດຖືກສະແດງກັບຄຳຄຸນນາມໄດ້ "ມີອຳນາດຍິ່ງໃຫຍ່." ອາດແປໄດ້ອີກວ່າ: "ປະຊາຊົນທັງຫມົດທຸກທີ່ທຸກບ່ອນໄດ້ຍິນສິ່ງທີ່ເຮົາໄດ້ເຮັດ ແລະຮັບຮູ້ວ່າເຮົາມີອຳນາດຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-merism]] ແລະ [[rc:///ta/man/translate/figs-abstractnouns]])

ຄວາມຢ້ານກົວໄດ້ຄອບງຳພວກຄົນທີ່ຊົ່ວຮ້າຍ

ນີ້ແມ່ນການເວົ້າກ່ຽວກັບຄົນຊົ່ວຮ້າຍມີຄວາມຢ້ານກົວ ເຫມືອນກັບວ່າ ຄວາມຢ້ານກົວຂອງພວກເຂົາເປັນສັດຕູທີ່ຄອບງຳພວກເຂົາ. ອາດແປໄດ້ອີກວ່າ: "ຄົນຊົ່ວຮ້າຍຖືກຄອບງຳໄປດ້ວຍຄວາມຢ້ານກົວຈົນຕົວສັ່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຜູ້ໃດໃນພວກເຮົາ ... ເຜົາໄຫມ້

ນີ້ຫມາຍຄວາມວ່າ ຄົນບາບໃນຊີໂອນຖາມຄຳຖາມເຫລົ່ານີ້. ອາດແປໄດ້ອີກວ່າ: "ພວກເຂົາເວົ້າວ່າ, "ໃຜທີ່ຢູ່ທ່າມກາງພວກເຮົາ ... ເຜົາໄຫມ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຜູ້ໃດໃນພວກເຮົາຢູ່ກັບໄຟທີ່ຮ້ອນແຮງໄດ້? ຜູ້ໃດໃນພວກເຮົາຢູ່ກັບການເຜົາໄຫມ້ໄດ້ຕະຫລອດໄປເປັນນິດ?

ຄຳຖາມທີ່ບໍ່ຫວັງຄຳຕອບເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍຄືກັນແລະເນັ້ນວ່າບໍ່ມີໃຜທີ່ສາມາດດຳເນີນຊີວິດກັບໄຟໄດ້. ໄຟທີ່ນີ້ເປັນຕົວແທນເຖິງການພິພາກສາຂອງພຣະຢາເວ. ອາດແປໄດ້ອີກວ່າ: "ບໍ່ມີໃຜທີ່ສາມາດມີຊີວິດຢູ່ໃນຄວາມຮ້ອນຂອງໄຟທີ່ເຜົາຜານ! ບໍ່ມີໃຜທີ່ສາມາດຢູ່ການເຜົາໄດ້ຕະຫລອດໄປເປັນນິດດອກ!" ຫລື "ບໍ່ມີໃຜທີສາມາດທົນຕໍ່ການພິພາກຂອງພຣະຢາເວ, ມັນເປັນເຫມືອນໄຟໄຫມ້ນິລັນ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-metonymy]])

ຢູ່ກັບການ

"ອາໄສຢູ່ໃນສະຖານທີ່ບ່ອນທີ່ບໍ່ມີໃຜມີເຮືອນຢູ່