lo_tn/isa/33/07.md

3.6 KiB

ເບິ່ງເຖີດ

ຄຳນີ້ຖືກໃຊ້ໃນທີ່ນີ້ເພື່ອດືງຄວາມສົນໃຈປະຊາຊົນເຖິງສິ່ງທີ່ຈະຖືກເວົ້າຕໍ່ໄປນັ້ນ. ມັນຖືກໃຊ້ໃນທີ່ເພື່ອຫມາຍເຫດການໃຫມ່ໃນພາກສ່ວນຕ່າງໆຂອງປື້ມ. ອາດແປໄດ້ອີກວ່າ: "ຈົ່ງຟັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຄະນະທູດ

"ພວກຜູ້ສົ່ງຂ່າວສານ"

ພວກນັກການທູດທີ່ຫວັງໃຫ້ມີສັນຕິພາບກໍຮ້ອງໄຫ້ຢ່າງຂົມຂື່ນ

ນີ້ຫມາຍຄວາມວ່າພວກເຂົາຮ້ອງໄຫ້ຄໍ່າຄວນ ຍ້ອນວ່າພວກເຂົາບໍ່ໄດ້ພົບກັບຄວາມສຳເລັດໃນການສ້າງສັນຕິພາບ. ອາດແປໄດ້ອີກວ່າ: "ພວກນັກການທູດຫວັງທີ່ສ້າງສັນຕິສຸກ ແຕ່ພວກເຂົາບໍ່ໄດ້ພົບກັບຄວາມສຳເລັດ ແລະຍ້ອນເຫດນັ້ນພວກເຂົາຈຶ່ງຮ້ອງໄຫ້ຢ່າງຂົມຂື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ທາງຫລວງທັງຫລາຍກໍວ່າງເປົ່າ; ບໍ່ມີພວກຄົນເດີນທາງອີກເລີຍ

ທັງສອງສຳນວນເນັ້ນວ່າ ຈະບໍ່ມີຄົນເດີນທາງໄປຕາມທາງຫລວງ. ເຫລົ່ານີ້ສາມາດຖືກລະບຸໃຫ້ເຊື່ອມຕໍ່ກັນ ແລະ ຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ປະຊາຊົນຈະບໍ່ເດີນທາງຕາມທາງຫລວງອີກຕໍ່ໄປ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-activepassive]])

ພັນທະສັນຍາຕ່າງໆ ກໍ່ຖືກຫັກລົງ, ພວກພະຍານກໍຖືກດູຖູກ, ແລະມວນມະນຸດກໍບໍ່ໄດ້ຮັບການນັບຖື

ນີ້ແມ່ນຂໍ້ຄວາມອາດຫມາຍເຖິງເງື່ອນໄຂທົ່ວໄປຂອງສິນບົນໃນອິດສະຣາເອນ, ຫລື ມັນອາດຫມາຍເຖິງຄວາມສາມາດຂອງຊົນຊາດນັ້ນ ທີ່ເຮັດໃຫ້ເກີດຄວາມເຊື່ອຫມັ້ນໃນສັນຕິພາບລະຫວ່າງສັນທິສັນຍາກັບອັດຊີເຣຍ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ປະຊາຊົນໄດ້ຫັກພັນທະສັນຍາຕ່າງໆ, ປະຊາຊົນໄດ້ປະຕິເສດຄຳພະຍານພວກພະຍານ, ແລະປະຊາຊົນກໍບໍ່ໄດ້ນັບຖືເຊິ່ງກັນແລະກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)