lo_tn/isa/33/05.md

4.3 KiB

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າກັບປະຊາຊົນຢູດາ.

ພຣະຢາເວ ຊົງເປັນທີ່ຍົກຍໍ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວນັ້ນຍິ່ງໃຫຍ່ກວ່າຄົນອຶ່ນໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພຣະອົງຈະຊົງເຮັດໃຫ້ ຊີໂອນ ເຕັມໄປດ້ວຍຄວາມຍຸດຕິທຳ ແລະ ຄວາມຊອບທຳ

ການເວົ້ານີ້ກ່ຽວກັບວ່າ ພຣະຢາເວປົກຄອງຊີໂອນດ້ວຍຄວາມຍຸດຕິທຳຂອງພຣະອົງ ແລະຄວາມຊອບທຳ ເຫມືອນກັບວ່າພຣະອົງໄດ້ເຕີມເຕັມຊີໂອນດ້ວຍຄວາມຍຸດຕິທຳແລະຄວາມຊອບທຳ. ອາດແປໄດ້ອີກວ່າ: "ພຣະອົງຈະປົກຄອງຊີໂອນດ້ວຍຄວາມຍຸດຕິທຳແລະຄວາມຊອບທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງຈະຊົງເປັນຄວາມອຸດົມສົມບູນໃນເວລາຂອງພວກເຈົ້າ

ການເວົ້າກ່ຽວກັບວ່າ ພຣະຢາເວເຮັດໃຫ້ປະຊາຊົນຂອງພຣະອົງປອດໄພ ເຫມືອນກັບວ່າພຣະອົງຫມັ້ນຄົງໃນເວລາຂອງພວກເຈົ້າ. ຄຳສວນທີ່ວ່າ "ເວລາຂອງພວກເຈົ້າ" ຫມາຍເຖິງຊີວິດຂອງພວກເຂົາ. ອາດແປໄດ້ອີກວ່າ: "ພຣະອົງຈະເຮັດໃຫ້ພວກເຈົ້າປອດໄພຕະຫລອດທັງຫມົດຊີວິດຂອງພວກເຈົ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ຄວາມອຸດົມສົມບູນໃນເວລາຂອງພວກເຈົ້າ, ຊົງເປັນຄວາມລອດພົ້ນ, ສະຕິປັນຍາ, ແລະຄວາມຮອບຮູ້

ຄຳທີ່ຫາຍໄປອາດເພີ່ມໃຫ້ເປັນ. "ຄວາມລອດພົ້ນ" ສາມາດຖືກສະແດງໃຫ້ເປັນຄຳກິລິຍາ "ຊ່ວຍ." ອາດແປໄດ້ອີກວ່າ "ພຣະອົງຈະປະທານຄວາມອຸດົມສົມບູນຂອງຄວາມລອດພົ້ນ, ສະຕິປັນຍາ, ແລະຄວາມຮອບຮູ້" ຫລື "ພຣະອົງຈະຊ່ວຍພວກເຈົ້າ ແລະ ປະທານສະຕິປັນຍາໃຫ້ແກ່ພວກເຈົ້າ, ແລະຄວາມຮອບຮູ້ດ້ວຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-ellipsis]] ແລະ [[rc:///ta/man/translate/figs-abstractnouns]])

ຄວາມຢໍາເກງພຣະເຈົ້າແມ່ນຊັບສົມບັດຂອງເຂົາ

ນີ້ແມ່ນການເວົ້າເຖິງຄວາມຢຳເກງຕໍ່ພຣະຢາເວ ເຫມືອນກັບວ່າເປັນຊັບສົມບັດທີ່ພຣະຢາເວປະທານໃຫ້ຄົນຂອງພຣະອົງ. ອາດແປໄດ້ອີກວ່າ: "ການທົບທວນວ່າພຣະຢາເວຈະເປັນເຫມືອນຊັບສິນທີ່ມີຄ່າທີ່ພຣະອົງຈະປະທານໃຫ້ແກ່ພວກເຈົ້າ" ຫລື "ຄວາມຢໍາເກງພຣະຢາເວຈະເປັນເຫມືອນຊັບສິນທີ່ມາຄຸນຄ່າສຳລັບພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)