lo_tn/isa/31/04.md

3.9 KiB

ຂໍ້ມູນທົ່ວໄປ:

ພຣະຢາເວເວົ້າກັບເອຊາຢາ.

ເຫມືອນກັບສິງໂຕ ... ພຣະຢາເວຈອມໂຍທາ

"ເຫມືອນກັບສິງໂຕ ... ໃນທາງດຽວກັນກັບພຣະຢາເວຈອມໂຍທາ." ທີ່ພຣະຢາເວເວົ້າເຖິງວິທີທີ່ພຣະອົງຈະປົກປ້ອງປະຊາຊົນທີ່ເປັນຂອງພຣະອົງ ແລະ ບໍ່ຢ້ານກົວຫນີໄປໂດຍການປຽບທຽບພຣະອົງເຫມືອນກັບສິງໂຕຜູ້ທີ່ປົກປ້ອງເຫຍືອຂອງມັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພຣະຢາເວຈອມໂຍທາຈະມາເພື່ອສູ້ຮົບ ... ເທິງເນີນພູເຂົານັ້ນ

ມັນອາດເຮັດໃຫ້ແຈ່ມແຈ້ງຍິ່ງຂຶ້ນ ຖ້າພວກເຈົ້າຍິ່ງເສັ້ນກ່ອນຫນ້າເສັ້ນທຳອິດ: "ພຣະຢາເວຈອມໂຍທາຈະສົ່ງການຕໍ່ສູ້ເທິງພູເຂົາຊີໂອນ, ເທິງເນີນພູເຂົາ, ເຫມືອນສິງໂຕ, ແມ່ນແຕ່ສິງຫນຸ່ມ"

ເຫມືອນກັບສິງໂຕ ຫລື ສິງໂຕຫນຸ່ມ

"ສິງໂຕແມ່ ຫລື ຜູ້ຂ້າສິງໂຕ." ນີ້ແມ່ນເວົ້າຊໍ້າທັງສອງສຳນວນທີ່ຫມາຍຄວາມຮ້າຍກາດຂອງສິງໂຕ. ອາດແປໄດ້ອີກວ່າ: "ສິງໂຕ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຄຳຣາມ

ເຕືອນຄົນອຶ່ນໃຫ້ຢູ່ຫ່າງໆໄກຈາກ.

ເມື່ອພວກຜູ້ລ້ຽງແກະກຸ່ມຫນຶ່ງໄດ້ຖືກຮ້ອງໃຫ້ມາ ຕໍ່ສູ້ກັບມັນ

ສຳນວນ "ເອີ້ນອອກມາຕໍ່ສູ້ມັນ" ຫມາຍເຖິງສົ່ງສຽງຮ້ອງໄລ່ສິງໂຕໃຫ້ຫນີໄປ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເມື່ອບາງຄົນສົ່ງພວກຜູ້ລ້ຽງແກະເພື່ອໄລ່ສິງໂຕໃຫ້ຫນີໄປ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ຫລື [[rc:///ta/man/translate/figs-activepassive]])

ຈາກສຽງຂອງພວກເຂົາ

ພວກຜູ້ລ້ຽງແກະຈະຮ້ອງອອກສຽງເພື່ອພະຍາຍາມແລະໄລ່ສິງໂຕໃຫ້ຫນີໄປ. ອາດແປໄດ້ອີກວ່າ: "ຈາກຮ້ອງດັງທີ່ພວກເຂົາຮ້ອງຂຶ້ນນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຈະມາ

"ຈະລົງມາ" ນີ້ຫມາຍເຖິງລົງມາຈາກສະຫວັນ. ອາດແປໄດ້ອີກວ່າ: "ຈະລົງມາຈາກສະຫວັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເທິງພູເຂົາຊີໂອນ ເທິງເນີນເຂົານັ້ນ

ທັງສອງສຳນວນຫມາຍເຖິງພູເຂົາຊີໂອນ. ອາດແປໄດ້ອີກວ່າ: "ພູເຂົາຊີໂອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)