lo_tn/isa/31/03.md

3.0 KiB

ເອຢິບເປັນມະນຸດ

ເອຢິບທີ່ນີ້ຫມາຍເຖິງພວກທະຫານເອຢິບ. ອາດແປໄດ້ອີກວ່າ: "ພວກທະຫານຂອງຊາວເອຢິບເປັນມະນຸດ"

ມ້າທັງຫລາຍຂອງພວກເຂົາເປັນເລືອດເນື້ອ ແລະ ບໍ່ແມ່ນວິນຍານ

ນີ້ຫມາຍຄວາມວ່າ ມ້າຂອງພວກເຂົາເປັນພຽງແຕ່ມ້າເທົ່ານັ້ນ ແລະ ບໍ່ແມ່ນວິນຍານ. ອາດແປໄດ້ອີກວ່າ: "ມ້າຂອງພວກເຂົາເປັນພຽງແຕ່ມ້າເທົ່ານັ້ນ; ພວກມັນບໍ່ມີຣິດອຳນາດຂອງບັນດາວິນຍານທັງຫລາຍ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເມື່ອພຣະຢາເວຊົງຍືນມືອອກ

ຄຳວ່າ "ມື" ມັກຖືກໃຊ້ເພື່ອອ້າງອິງເຖິງຣິດອຳນາດຂອງພຣະເຈົ້າ ແລະກິດຈະການຂອງພຣະອົງ. ອາດແປໄດ້ອີກວ່າ: "ເມື່ອພຣະຢາເວໃຊ້ຣິດອຳນາດຂອງພຣະອົງຕໍ່ສູ້ພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຄົນທີ່ຊ່ວຍເຫລືອກໍຈະລົ້ມ ແລະ ຄົນທີ່ໄດ້ຮັບການຊ່ວຍເຫລືອຈະລົ້ມລົງ

ສອງສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍຄືກັນ. ການລົ້ມ ແລະລົ້ມລົງເປັນການປຽບທຽບເຖີງການລົ້ມລົງ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ສອງສິ່ງເຫລົ່ານີ້ຈະເກີດຂຶ້ນຄື: ເຮົາຈະທຳລາຍເອຢິບ, ຜູ້ທີ່ຊ່ວຍເຈົ້າ, ແລະ ເຮົາຈະທຳລາຍເຈົ້າ, ຜູ້ຊຶ່ງເອຢິບຊ່ວຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-metaphor]] ແລະ rc://*/ta/man/translate/figs-parallelism)

ຄົນທີ່ໄດ້ຮັບການຊ່ວຍເຫລືອ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຜູ້ທີ່ກຳລັງສະແຫວງຫາການຊ່ວຍເຫລືອ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)