lo_tn/isa/31/01.md

3.6 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ເວົ້າກັບປະຊາຊົນຢູດາ.

ລົງໄປຍັງເອຢິບ

ສຳນວນ "ລົງໄປ" ຖືກໃຊ້ໃນທີ່ນີ້ຍ້ອນວ່າ ເອຢິບຢູ່ລະດັບພູມສາດຕໍ່າກວ່າເຢຣູຊາເລັມ.

ຄົນທີ່ລົງໄປ

"ປະຊາຊົນເຫລົ່ານັ້ນຂອງຢູດາຜູ້ທີ່ລົງໄປ"

ເພິ່ງພາມ້າທັງຫລາຍ

ນີ້ແມ່ນການເວົ້າກ່ຽວກັບປະຊາຊົນຜູ້ທີ່ເພິ່ງພາໃນມ້າທັງຫລາຍຂອງພວກເຂົາທີ່ຈະຊ່ວຍພວກເຂົາເຫມືອນກັບວ່າພວກເຂົາເພິ່ງພາບັນດາມ້າຂອງພວກເຂົາ. ອາດແປໄດ້ອີກວ່າ: "ເພິ່ງພາບັນດາມ້າຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ອົງບໍລິສຸດຂອງອິດສະຣາເອນ

ແປເຫມືອນກັນກັບໃນ 1:4.

ພວກເຂົາກໍບໍ່ສະແຫວງຫາພຣະຢາເວເລີຍ

"ພວກເຂົາບໍ່ໄດ້ຂໍພຣະຢາເວຊ່ວຍເຫລືອພວກເຂົາ"

ພຣະອົງຈະຊົງນຳໄພພິບັດມາ

ຄຳວ່າ "ນຳ" ຫມາຍເຖີງ "ເຮັດໃຫ້." ອາດແປໄດ້ອີກວ່າ: "ພຣະອົງຈະເຮັດໃຫ້ໄພພິບັດເກີດຂຶ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຈະບໍ່ຊົງຖອນຂໍ້ຄຳສັ່ງຂອງພຣະອົງ

ສຳນວນທີ່ວ່າ "ຖອນຂໍ້ຄຳສັ່ງຂອງພຣະອົງ" ເວົ້າເຫມືອນກັບວ່າຄົນນັ້ນບໍ່ໄດ້ເຮັດໃຫ້ສຳເລັດໃນສິ່ງທີ່ພວກເຂົາເວົ້າວ່າພວກເຂົາຈະເຮັດນັ້ນເຫມືອນກັບວ່າຖ້ອຍຄຳທີ່ພຣະອົງໄດ້ເວົ້າແລ້ວ ເປັນບາງສິ່ງບາງຢ່າງທີ່ພຣະອົງດືງກັບມາຫາພຣະອົງເອງ. ທີ່ນີ້ການເວົ້າວ່າພຣະຢາເວຈະບໍ່ໄດ້ສິ່ງນີ້, ຫມາຍເຖິງວ່າພຣະອົງຈະເຕີມເຕັມໃນສິ່ງທີ່ພຣະອົງໄດ້ເວົ້າໄວ້ແລ້ວ. ອາດແປໄດ້ອີກວ່າ: "ພຣະອົງຈະເຮັດໃນສິ່ງທີ່ພຣະອົງໄດ້ເວົ້າວ່າພຣະອົງຈະເຮັດນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລຸກຂຶ້ນຕໍ່ສູ້

"ລົງໂທດ"

ວົງວານທີ່ເຮັດຊົ່ວ

ນີ້ຫມາຍເຖິງຄົນຊົ່ວຮ້າຍຜູ້ທີ່ອາໄສຢູ່ທີ່ນັ້ນ. ອາດແປໄດ້ອີກວ່າ: "ຫມົດທຸກຄົນທີ່ເຮັດສິ່ງຊົ່ວຮ້າຍຕ່າງໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)