lo_tn/isa/30/31.md

3.6 KiB

ເພາະສຽງຂອງພຣະຢາເວ, ຄົນອັດຊີເຣຍຈະຖືກເຮັດໃຫ້ກະແຈກກະຈາຍໄປ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເພາະເມື່ອພຣະຢາເວເວົ້າ, ພຣະອົງຈະກະແຈກກະຈາຍທະຫານຂອງອັດຊີເຣຍໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄົນອັດຊີເຣຍຈະຖືກເຮັດໃຫ້ກະແຈກກະຈາຍໄປ

ເອຊາຢາເວົ້າກ່ຽວກັບຄວາມຢ້ານຂອງອັດຊີເຣຍ ເຫມືອນກັບວ່າອັດຊີເປັນວັດຖຸທີ່ສຽງຂອງພຣະຢາເວເຮັດໃຫ້ກະແຈກກະຈາຍໄປ. ອາດແປໄດ້ອີກວ່າ: "ອັດຊີເຣຍຈະຢ້ານກົວຈົນຕົວສັ່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນອັດຊີເຣຍ

ທີ່ນີ້ເປັນຕົວແທນເຖິງພວກທະຫານອັດຊີເຣຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ທຸກຈັງວະຂອງໄມ້ແສ້ທີ່ໃຊ້ລົງໂທດຊຶ່ງພຣະຢາເວຈະຊົງຂ້ຽນຕີພວກເຂົາ

ພຣະຢາເວເຮັດໃຫ້ທະຫານຊາວອັດຊີເຣຍພ່າຍແພ້ຖືກເວົ້າເຫມືອນກັບວ່າພຣະຢາເວຈະຂ້ຽນຕີຊາວອັດຊີເຣຍດ້ວຍໄມ້ແສ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈະເຂົ້າກັນກັບ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ປະຊາຊົນຢູດາຈະລວມພົນເຂົ້າກັນກັບມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ກອງແຊ່ງ

ເປັນເຄື່ອງດົນຕຣີທີ່ເທິງຫົວມີກອງຢູ່ ສາມາດຖືກຖືກຕີພ້ອມດ້ວຍມື, ມັນເປັນຊິ້ນສ່ວນຂອງໂລຫະທີ່ອ້ອມຮອບດ້ານຂ້າງທີ່ອ້ອມຮອບເມື່ອຜູ້ຫລີ້ນເຄື່ອງດົນຕຣີນີ້ສັ່ນມັນ. ກອງແຊ່ງເປັນເຄື່ອງທີ່ນ້ອຍພໍທີ່ຈະໃຫ້ຜູ້ຫລີ້ຈັບໄດ້ ແລະ ສັ່ນມັນດ້ວຍມືດຽວເທົ່ານັ້ນ. ເບິ່ງການແປນີ້ເຫມືອນກັນກັບໃນ 5:11.

ພຣະອົງຊົງສູ້ຮົບແລະຕໍ່ສູ້ກັບພວກເຂົາ

ພຣະຢາເວເຮັດໃຫ້ທະຫານຊາວອັດຊີເຣຍພ່າຍແພ້ ຖືກເວົ້າເຫມືອນກັບວ່າພຣະຢາເວເປັນນັກຮົບຜູ້ທີ່ຈະຕໍ່ສູ້ກັບທະຫານສັດຕູ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)