lo_tn/isa/30/27.md

4.8 KiB

ພຣະນາມຂອງພຣະຢາເວ ... ເຫມືອນໄຟທີ່ເຜົາຜານ

ພຣະຢາເວໂກດຮ້າຍຢ່າງສຸດໆ ຖືກເວົ້າເຫມືອນກັບວ່າພຣະອົງເປັນໄຟທີ່ເຜົາຜານອັນໃຫຍ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະນາມຂອງພຣະຢາເວມາ

ທີ່ນີ້ "ພຣະນາມ" ເປັນຕົວແທນເຖິງພຣະຢາເວ. ອາດແປໄດ້ອີກວ່າ: "ພຣະຢາເວມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຮິມຝີປາກຂອງພຣະອົງຈະເຕັມດ້ວຍຄວາມໃຈຮ້າຍ ແລະລິ້ນຂອງພຣະອົງເປັນເຫມືອນໄຟທີ່ເຜົາຜານ

ທີ່ນີ້ "ຮິມຝີປາກ" ແລະ "ລິ້ນ" ເປັນການປຽບທຽບທີ່ເປັນຕົວແທນເຖີງການເວົ້າຂອງພຣະຢາເວ. ແລະ, ພຣະຢາເວເວົ້າດ້ວຍຄວາມໂກດຮ້າຍອັນໃຫຍ່ ແລະດ້ວຍຣິດອຳນາດທີ່ ຖືກເວົ້າເຫມືອນກັບວ່າ ລິ້ນຂອງພຣະອົງເປັນໄຟ. ອາດແປໄດ້ອີກວ່າ: "ເມື່ອພຣະອົງເວົ້າທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະອົງ ເຫມືອນກັບໄຟທີ່ທຳລາຍທຸກສິ່ງທຸກຢ່າງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-simile]])

ລົມຫາຍໃຈຂອງພຣະອົງຈະເປັນເຫມືອນກະແສນ້ຳແຮງ

ນີ້ແມ່ນການປຽບທຽບການອອກມາລົມປາກຂອງພຣະຢາເວ ກັບນໍ້າຖ້ວມທີ່ເນັ້ນວ່າ ຣິດອຳນາດເພື່ອທີ່ຈະທຳລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຊົນຊາດທັງຫລາຍດ້ວຍຕະແກງຮ່ອນແຫ່ງການທຳລາຍ

ພຣະຢາເວແຍກປະຊາຊົນຂອງບັນດຊົນຊາດທັງຫລາຍ ແລະທຳລາຍຄົນຊົ່ວຮ້າຍ ຖືກເວົ້າເຫມືອນກັບວ່າ ພຣະຢາເວໄດ້ວາງຕະແກງຮ່ອນໄວ້ເທິງຊົນຊາດທັງຫລາຍ. ນີ້ສາມາດຖືກແປໃຫ້ເປັນປະໂຫຍກໃຫມ່ໄດ້. ອາດແປໄດ້ອີກວ່າ: "ພຣະຢາເວຈະແຍກແລະທຳລາຍຄົນຊົ່ວຮ້າຍຈາກປະຊາຊົນຂອງບັນດາປະຊາຊາດທັງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລົມຫາຍໃຈຂອງພຣະອົງເປັນບັງທີ່ຂາກັນໄກຂອງຊົນຊາດທັງຫລາຍທີ່ເຮັດໃຫ້ພວກເຂົາຫລົງທາງໄປ

ພຣະຢາເວມີຣິດອຳນາດທີ່ເຮັດໃຫ້ແຜນການຂອງປະຊາຊົນລົ້ມແຫລວຫລື ເຮັດໃຫ້ພວກເຂົາຖືກທຳລາຍຖືກເວົ້າເຫມືອນກັບວ່າລົມຫາຍໃຈຂອງພຣະອົງເປັນບັງທີ່ຂາກັນໄກຂອງປະຊາຊົນອອກຈາກທາງຖືກຕ້ອງຂອງມັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບັງທີ່ຂາກັນໄກຂອງຊົນຊາດທັງຫລາຍ

"ຂາກັນໄກ" ເປັນຊິ້ນສ່ວນທີ່ຄົນສວມໃສ່ທີ່ຫົວຂອງມ້າເພື່ອນໍາທາງມັນ. ຂາກັນໄກແຍກອອາກມາເປັນຊິ້ນສ່ວນນ້ອຍເອີ້ນວ່າ "ຂາ" ທີ່ໄປກັບປາກຂອງມ້າ. ອາດແປໄດ້ອີກວ່າ: "ບັງທີ່ຂາກັນໄກເທິງຫົວຂອງປະຊາຊົນທັງຫລາຍ" ຫລື "ບັງທີ່ຂາກັນໄກຂອງປະຊາຊົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)