lo_tn/isa/30/23.md

1.8 KiB

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ເວົ້າກັບປະຊາຊົນຢູດາ.

ພຣະອົງຈະປະທານ

"ພຣະຢາເວຈະປະທານ"

ອາຫານຈາກພື້ນດິນຢ່າງບໍລິບູນ

ທີ່ນີ້ "ອາຫານ" ເປັນຕົວແທນເຖິງອາຫານໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ພຣະອົງຈະເຮັດໃຫ້ພື້ນດິນຜະລິດອາຫານຢ່າງຫລວງຫລາຍສຳລັບພວກເຈົ້າເພື່ອກິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ໃນມື້ນັ້ນ

ທີ່ນີ້ "ມື້" ເປັນຕົວແທນເຖິງຊ່ວງເວລາໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ໃນເວລານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ທີ່ໄດ້ຖືກຟາດເຂົ້າດ້ວຍຊວ້ານແລະສ້ອມ

ຊວ້ານແລະສ້ອມຖືກໃຊ້ໃນການໂນເຂົ້າໃນອາກາດ ເພື່ອເຮັດໃຫ້ລົມພັດຂີ້ແກບໄປ, ເຫລືອໄວ້ພຽງແຕ່ສ່ວນທີ່ສາມາດກິນໄດ້. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ດັງທີ່ພວກເຈົ້າໄດ້ຟາດເຂົ້າດ້ວຍຊວ້ານແລະສ້ອມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)