lo_tn/isa/30/20.md

3.3 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ເວົ້າກັບປະຊາຊົນຢູດາ.

ເຂົ້າຈີ່ແຫ່ງຄວາມຍາກລຳບາກ ແລະນ້ຳແຫ່ງຄວາມທຸກໃຈ

ທີ່ນີ້ "ເຂົ້າຈີ່" ແລະ "ນໍ້າ" ເຮັດຂຶ້ນມາເປັນອາຫານຂອງຄົນທຸກຍາກທີ່ສຸດ. ສຳນວນທັງຫມົດເປັນຕົວແທນເຖີງເວລາຍາກລຳບາກ ແລະຄວາມທຸກຍາກຂອງປະຊາຊົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ອາຈານຂອງພວກເຈົ້າ

ນີ້ຫມາຍເຖິງພຣະຢາເວ.

ພວກເຈົ້າຈະເຫັນພະອາຈານຂອງພວກເຈົ້າດ້ວຍຕາຂອງພວກເຈົ້າເອງ

ທີ່ນີ້ "ດ້ວຍຕາ" ເປັນຕົວແທນເຖິງຄົນທັງຄົນ. ອາດແປໄດ້ອີກວ່າ: "ພວກເຈົ້າເອງຈະເຫັນອາຈານຂອງພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຫູຂອງພວກເຈົ້າຈະໄດ້ຍິນ

ທີ່ນີ້ "ຫູ" ເປັນຕົວແທນເຖິງຄົນທັງຄົນ. ອາດແປໄດ້ອີກວ່າ: "ພວກເຈົ້າຈະໄດ້ຍິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຄຳຂ້າງຫລັງພວກເຈົ້າວ່າ

ທີ່ນີ້ "ຄຳ" ເປັນຕົວແທນເຖິງການເວົ້າຂອງຄົນ. ອາດແປໄດ້ອີກວ່າ: "ລາວເວົ້າຫລັບຫລັງພວກເຈົ້າໂດຍເວົ້າວ່າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ນີ້ເປັນຫົນທາງ ຈົ່ງຍ່າງໃນທາງນີ້

ພຣະຢາເວຕ້ອງການໃຫ້ປະຊາຊົນຂອງພຣະອົງປະຕິບັດຕົນຢ່າງດີ ຖືກເວົ້າເຫມືອນກັບວ່າມັນເປັນທາງ ຫລື ເສັ້ນທາງ. ການເຊື່ອຟັງພຣະຢາເວຖືກເວົ້າເຫມືອນກັບວ່າມັນເປັນຄົນ ທີ່ສາມາດຍ່າງໄປໃນທາງຂອງພຣະອົງໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເມື່ອພວກເຈົ້າຫັນໄປທາງຂວາ ຫລືເມື່ອພວກເຈົ້າຫັນໄປທາງຊ້າຍ

ການບໍ່ເຊື່ອຟັງພຣະຢາເວ ຖືກເວົ້າເຫມືອນກັບວ່າຄົນຫັນໄປທາງຊ້າຍ ຫລື ຫັນໄປທາງຂວາອອກຈາກທາງຂອງພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)