lo_tn/isa/30/15.md

2.5 KiB

ອົງບໍລິສຸດຂອງອິດສະຣາເອນ

ແປເຫມືອນກັນກັບໃນ 1:4.

ຈະປອດໄພໃນການຫັນກັບແລະການຢຸດພັກໃນຄວາມງຽບສະງົບ

ການກັບໃຈໃຫມ່ຖືກເວົ້າເຫມືອນກັບວ່າ ມັນເປັນການຫັນກັບທາງກາຍຍາພາບຫາພຣະຢາເວ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເຮົາຈະຊ່ວຍພວກເຈົ້າພວກສັດຕູຂອງພວກເຈົ້າ ຖ້າກັບໃຈໃຫມ່ແລະຢຸດພັກ ຮັບຮູ້ວ່າເຮົາເປັນຜູ້ດູແລພວກເຈົ້າຢູ່" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] [[rc:///ta/man/translate/figs-activepassive]])

ການຢຸດພັກ

ມັນແມ່ນຫມາຍຄວາມວ່າປະຊາຊົນຢຸດພັກຜ່ອນຍ້ອນວ່າພວກເຂົາໄວ້ວາງໃຈທີ່ພຣະຢາເວຈະດູແລພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໃນຄວາມງຽບສະງົບແລະໃນຄວາມໄວ້ວາງໃຈຈະເປັນກຳລັງຂອງພວກເຈົ້າ

ຄວາມງຽບສະຫງົບທີ່ນີ້ຫມາຍເຖິງບໍ່ໄດ້ກັງວົນ ແລະກະວົນກະວາຍ. ມັນຫມາຍຄວາມວ່າພວກເຂົາບໍ່ໄດ້ກະວົນກະວາຍ ຍ້ອນວ່າພວກເຂົາໄວ້ວາງໃຈໃນພຣະຢາເວ. ອາດແປໄດ້ອີກວ່າ: "ພວກເຈົ້າຈະເຂັ້ມແຂງຖ້າພວກເຈົ້າພັກສະງົບ ແລະໄວ້ວາງໃຈໃນເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເຮົາຈະຂີ່ມ້າຫນີໄປ

ປາກົດວ່າພວກມ້າເຫລົ່ານີ້ທີ່ປະຊາຊົນຢູດາໄດ້ຮັບມາຈາກຊາວເອຢິບນັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)