lo_tn/isa/30/01.md

4.3 KiB
Raw Permalink Blame History

ລູກຫລານທີ່ກະບົດ

ພຣະຢາເວກຳລັງເວົ້າກັບປະຊາຊົນຂອງພຣະອົງເຫມືອນກັບວ່າພວກເຂົາເປັນລູກຂອງພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ນີ້ຄືຄຳປະກາດຂອງພຣະຢາເວ

ນີ້ສາມາດສັບປ່ຽນຄຳໄດ້ດັ່ງຄຳນາມທີບໍ່ມີຕົວຕົນທີ່ວ່າ "ຄຳປະກາດ" ຖືກສະແດງເຫມືອນເປັນຄຳກິລິຍາ "ຄຳກ່າວຢ່າງເປັນທາງການ." ອາດແປໄດ້ອີກວ່າ: "ນີ້ແມ່ນສິ່ງທີ່ພຣະຢາເວໄດ້ປະກາດ" ຫລື "ນີ້ແມ່ນສິ່ງທີ່ພຣະຢາເວໄດ້ປະກາດຢ່າງເປັນທາງການ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພວກເຂົາວາງແຜນຕ່າງໆ, ແຕ່ບໍ່ໄດ້ມາຈາກເຮົາ

ນີ້ສາມາດສັບປ່ຽນຄຳໄດ້ ດັ່ງທີ່ເປັນາມມະທຳ ທີ່ວ່າ "ແຜນຕ່າງໆ" ຖືກລະບຸເຫມືອນເປັນຄຳກິລິຍາໄດ້ "ແຜນງານ." ອາດແປໄດ້ອີກວ່າ: "ພວກເຂົາວາງແຜນເຮັດສິ່ງຕ່າງໆ, ແຕ່ພວກເຂົາບໍ່ໄດ້ຂໍຄຳແນະນຳຈາກເຮົາ ເຖິງສິ່ງທີ່ເຮົາຕ້ອງການໃຫ້ພວກເຂົາເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພວກເຂົາບໍ່ໄດ້ຮັບການແນະນຳຈາກວິນຍານຂອງເຮົາ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ແຕ່ວິນຍານຂອງເຮົາບໍ່ແນະນຳພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພວກເຂົາຈຶ່ງເພີ່ມບາບເຂົ້າກັບບາບ

ການສືບຕໍ່ເຮັດບາບຖືກເວົ້າເຫມືອນກັບວ່າຄວາມບາບເປັນວັດຖຸທີ່ສາມາດຖືກກອງກັນ ແລະກັນຂຶ້ນໄດ້. ອາດແປໄດ້ອີກວ່າ: "ພວກເຂົາສືບຕໍ່ຄວາມບາບຫລາຍຂຶ້ນແລະຫລາຍຂຶ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາສະແຫວງຫາການຄຸ້ມຄອງຈາກຟາໂລ

ນີ້ສາມາດສັບປ່ຽນຄຳໄດ້ດັ່ງຄຳນາມທີ່ເປັນາມມະທຳທີ່ວ່າ "ການຄຸ້ມຄອງ" ຖືກສະແດງເຫມືອນເປັນຄຳກິລິຍາໄດ້ "ປົກປ້ອງ." ອາດແປໄດ້ອີກວ່າ: "ພວກເຂົາຂໍໃຫ້ຟາໂລປົກປ້ອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຫາທີ່ກຳບັງໃຕ້ຮົ່ມເງົາຂອງເອຢິບ

ການປົກປ້ອງຂອງເອຢິບຈາກພວກທະຫານຂອງສັດຕູ ຖືກເວົ້າເຫມືອນກັບວ່າມັນເປັນຮົ່ມເງົາທີ່ປົກປ້ອງບາງຄົນຈາກຄວາມຮ້ອນຈາກເຜົາໄຫມ້ຂອງຕາເວັນ. ອາດແປໄດ້ອີກວ່າ: "ພວກເຂົາໄວ້ວາງໃຈໃນຊາວເອຢິບວ່າຈະເຮັດໃຫ້ພວກເຂົາປອດໄພ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)