lo_tn/isa/28/23.md

2.4 KiB

ຂໍ້ມູນທົ່ວໄປ:

ການເລີ່ມຕົ້ນຄຳອຸປະມານີ້ສິ້ນສຸດລົງໃນ 28:29. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parables)

ຈົ່ງຕັ້ງໃຈແລະຟັງສຽງຂອງຂ້າພະເຈົ້າ; ຈົ່ງຕັ້ງໃຈແລະຟັງຖ້ອຍຄຳຂອງຂ້າພະເຈົ້າ

ສອງສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍຄືກັນ. ສຳນວນທີ່ສອງຖືກໃຊ້ເພື່ອເສີມສຳນວນທຳອິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຟັງສຽງຂອງຂ້າພະເຈົ້າ

ທີ່ນີ້ "ສຽງ" ເປັນຕົວແທນເຖິງສິ່ງທີ່ເອຊາຢາເວົ້າ. ອາດແປໄດ້ອີກວ່າ: "ເຖິງສິ່ງທີ່ຂ້າພະເຈົ້າເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຖ້ອຍຄຳຂອງຂ້າພະເຈົ້າ

ທີນີ້ "ຖ້ອຍຄຳ" ເປັນຕົວແທນເຖິງຂ່າວສານ. ອາດແປໄດ້ອີກວ່າ: "ເຖິງຂ່າວສານຂອງຂ້າພະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຊາວນາທີ່ໄຖນາທັງມື້ເພື່ອທີ່ຈະວ່ານເຂົາໄຖແຕ່ພື້ນດິນເທົ່ານັ້ນບໍ? ເຂົາຈະຍັງຄົງເຮັດໃຫ້ດິນແຕກລະອຽດແລະຄາດທີ່ນາຕໍ່ໄປບໍ?

ເອຊາຢາໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ເພື່ອເຮັດໃຫ້ປະຊາຊົນຄິດຢ່າງເລີກເຊິງ. ອາດແປໄດ້ອີກວ່າ: "ຊາວນາບໍ່ໄດ້ໄຖນາດິນຕະຫລອດເວລາ ໂດຍປາດສະຈາກການຫວ່ານເມັດພືດລົງໄປ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)