lo_tn/isa/28/18.md

4.0 KiB
Raw Permalink Blame History

ຂໍ້ມູນເຊື່ອມຕໍ່:

ພຣະຢາເວສືບຕໍ່ເວົ້າກັບປະຊາຊົນຂອງເຢຣູຊາເລັມ.

ຄຳສັນຍາຂອງພວກເຈົ້າກັບຄວາມຕາຍຈະຖືກຍົກເລິກ ແລະ ຂໍ້ຕົກລົງກັບແດນຄົນຕາຍຈະບໍ່ຄົງຢູ່

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເຮົາຈະຍົກເລີກພັນທະສັນຍາກັບຄວາມຕາຍຂອງເຈົ້າ, ແລະເຮົາຈະຍົກເລີກຂໍຕົກລົງຂອງແດນຄົນຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄຳສັນຍາກັບຄວາມຕາຍ ... ຂໍ້ຕົກລົງກັບແດນຄົນຕາຍ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ພວກຜູ້ນຳເຢຣູຊາເລັມໄດ້ໃຊ້ເວດມົນ ຫລື ພວກຫມໍດູເພື່ອເຮັດຂໍ້ຕົກລົງກັບພະເຈົ້າປອມຂອງປະຊາຊົນທີ່ຕາຍໄປແລ້ວດັ່ງທີ່ພວກພະເຈົ້າປອມສັນຍາວ່າປົກປ້ອງພວກເຂົາຈາກຄວາມຕາຍ ຫລື 2) ນີ້ແມ່ນເປັນການປຽບທຽບທີ່ເວົ້າກ່ຽວກັບພວກຜູ້ນຳຂອງເອຢິບ. ພວກຜູ້ນຳເຢຣູຊາເລັມໄວ້ວາງໃຈໃນຊາວເອຢິບຈະປົກປ້ອງເຫມືອນກັບວ່າພວກເຂົາໄດ້ເຮັດຂໍ້ຕົກລົງກັບບັນດາພະເຈົ້າຂອງສະຖານແຫ່ງຄວາມຕາຍ. ເບິ່ງການແປນີ້ເພີ່ມເຕີມໃນ 28:14. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈະບໍ່ຄົງຢູ່

"ຈະບໍ່ຫມັ້ນຄົງຢູ່"

ເມື່ອນ້ຳຖ້ວມໄຫລຜ່ານຢ່າງຮຸນແຮງ

ຄວາມຫາຍທີ່ອາດເປັນໄດ້ 1) "ນໍ້າຖ້ວມ" ເປັນການປຽບທຽບໃຫ້ເຫັນພາບທີ່ເປັນຕົວແທນເຖິງສິ່ງໃດກໍຕາມໂດຍທົ່ວໄປ ຈະເຮັດໃຫ້ເກີດການທຳລາຍ ຫລື 2) "ນໍ້າຖ້ວມ" ເປັນການປຽບທຽບທີ່ຫມາຍເຖິງທະຫານສັດຕູທີ່ພຣະຢາເວຈະສົ່ງມາທຳລາຍປະຊາຊົນເຢຣູຊາເລັມ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])

ນ້ຳກໍຈະຖ້ວມພວກເຈົ້າ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ມັນຈະຖ້ວມພວກເຈົ້າ" ຫລື "ມັນຈະທຳລາຍພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຜ່ານໄປເຊົ້າແລ້ວເຊົ້າອີກ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ທຸກໆວັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ທັງກາງເວັນແລະກາງຄືນ

ນີ້ຫມາຍເຖິງ "ທັງຫມົດຕະຫລອດມື້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)