lo_tn/isa/28/17.md

4.9 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ປຽບກັບສິ່ງພຣະອົງຈະເຮັດເພື່ອປະຊາຊົນໃນເຢຣູຊາເລັມ ເພື່ອເປັນຜູ້ສ້າງຕັ້ງຂຶ້ນເປັນຕືກ. (ເບິ່ງເພີ່ມເຕີມ: 28:16)

ເຮົາຈະເຮັດໃຫ້ຄວາມຍຸດຕິທຳເປັນໄມ້ວັດແທກແລະຄວາມຊອບທຳເປັນສາຍດິ່ງ

ພຣະຢາເວທົດລອງພວກເຂົາຕາມຄວາມຍຸດຕິທຳຂອງພຣະອົງ ແລະຄວາມຊອບທຳເພື່ອພິສູດວ່າ ປະຊາຊົນມີຄວາມຍຸດຕິທຳ ແລະຄວາມຊອບທຳ ຖືກເວົ້າເຫມືອນກັບວ່າພຣະອົງເປັນຜູ້ສ້າງທີ່ໃຊ້ອຸປະກອນເພື່ອພິສຸດບາງສິ່ງບາງຢ່າງທີ່ວັດແທກລວງຍາວ ແລະຂັ້ນຕອນທີ່ສົມບູນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໄມ້ວັດແທກ

ຜູ້ສ້າງໃຊ້ໄມ້ວັດແທກເພື່ອໃຫ້ແນ່ໃຈວ່າ ລວງຍາວຂອງບາງສິ່ງບາງຢ່າງນັ້ນຖືກຕ້ອງ.

ສາຍດິ່ງ

ຜູ້ສ້າງໃຊ້ສາຍດິ່ງເພື່ອໃຫ້ແນ່ໃຈວ່າ ບາງສິ່ງບາງຢ່າງນັ້ນຊື່ແລະເຖິງຂັ້ນ.

ຫມາກເຫັບຈະກວາດອອກໄປ

ພຣະຢາເວໄດ້ເຮັດໃຫ້ຫມາກເຫັບຈຳນວນຫລວງຫລາຍຕົກລົງມາ ຖືກເວົ້າເຫມືອນກັບວ່າ ມັນຖືກກວາດອອກໄປດ້ວຍນໍ້າຖ້ວມ. ອາດແປໄດ້ອີກວ່າ: "ພາຍຸຫມາກເຫັບຈະທຳລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຫມາກເຫັບ ... ນ້ຳຖ້ວມ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ການປຽບທຽບເຫລົ່ານີ້ເປັນຕົວແທນເຖິງອັນໃດກໍໄດ້ໂດຍທົ່ວໄປ ຈະເຮັດໃຫ້ການການທຳລາຍ ຫລື 2) ເຫລົ່ານີ້ເປັນການປຽບທຽບທີ່ຫມາຍເຖິງທະຫານຂອງສັດຕູທີ່ວ່າ ພຣະຢາເວຈະສົ່ງມາທຳລາຍປະຊາຊົນເຢຣູຊາເລັມ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])

ຫມາກເຫັບ

ຊິ້ນສ່ວນທີ່ແຂງຂອງນໍ້າກ້ອນທີ່ຕົກລົງມາຈາກທ້ອງຟ້າ

ຈະນອນລົງໃນບ່ອນລີ້ໄພ ... ບ່ອນລົບລີ້

ນີ້ແມ່ນການເວົ້າກ່ຽວກັບ "ນອນລົງ" ເຫມືອນກັບວ່າພວກມັນເປັນສະຖານທີ່ທີ່ຄົນໄປລີ້ໄດ້. ພວກມັນເປັນຕົວແທນເຖິງສິ່ງທີ່ພວກຜຸ້ນຳຂອງເຢຣູຊາເລັມໄດ້ໄວ້ວາງໃຈເພື່ອຮັກສາພວກເຂົາໃຫ້ປອດໄພຈາກການລົງໂທດຂອງພຣະຢາເວໄດ້. ຄວາມຫມາຍທີ່ອາດເປັນໄປໄດ້ 1) ພວກຜູ້ນຳໄວ້ວາງໃຈໃນບ່ອນລີ້ໄພທີ່ພວກເຂົາໄດ້ເວົ້າເພື່ອເຮັດໃຫ້ພວກເຂົາເອງປອດໄພ ຫລື 2) ພວກຜູ້ນຳໄວ້ວາງໃຈພັນທະສັນຍາທີ່ພວກເຂົາໄດ້ກັບພະເຈົ້າປອມຂອງບ່ອນທີ່ພວກຄົນຕາຍຈະປົກປ້ອງພວກເຂົາໃຫ້ປອດໄພ ຫລື 3) ພວກຜູ້ນຳໄວ້ວາງໃຈທີ່ຈະເຮັດຂໍ້ຕົກລົງ ພວກເຂົາໄດ້ເຮັດໄວ້ກັບຊາວເອຢິບຈະປົກປ້ອງພວກເຂົາໃຫ້ປອດໄພ. ເບິ່ງການແປນີ້ເພີ່ມເຕີມທີສຳນວນທີ່ຄ້າຍຄືກັນໃນ 28:14. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]])