lo_tn/isa/28/14.md

5.7 KiB

ຈົ່ງຟັງຂໍ້ຄຳສັ່ງຂອງພຣະຢາເວ

ເອຊາຢາບັດນີ້ເວົ້າກ່ຽວກັບພວກຜູ້ນຳຂອງເຢຣູຊາເລັມ. ທີ່ນີ້ "ຂໍ້ຄຳສັ່ງ" ເປັນຕົວແທນເຖິງຖ້ອຍຄຳ. ອາດແປໄດ້ອີກວ່າ: "ດັ່ງນັ້ນຈົ່ງຟັງຖ້ອຍຄຳຂອງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຮົາໄດ້ເຮັດຄຳສັນຍາກັບຄວາມຕາຍແລ້ວ ແລະ ພວກເຮົາໄດ້ເຮັດຂໍ້ຕົກລົງກັບແດນຄົນຕາຍ

ທັງສອງປະໂຫຍກເຫລົ່ານີ້ ພື້ນຖານແລ້ວມີຄວາມມຫມາຍຄືກັນ. ຄວາມຫມາຍທີ່ອາດເປັນໄປໄດ້ 1) ພວກຜູ້ນຳຂອງເຢຣູຊາເລັມໄດ້ໃຊ້ເວດມົນ ຫລືພວກຫມໍດູທີ່ພະຍາຍາມທີ່ຈະເຮັດຂໍ້ຕົກລົງກັບບັນພະເຈົ້າປອມຂອງສະຖານທີ່ຂອງຄົນຕາຍ ເພື່ອທີ່ພະເຈົ້າເຫລົ່ານີ້ຈະປົກປ້ອງພວກເຂົາຈາກການກຳລັງຈະຕາຍ ຫລື 2) ນີ້ແມ່ນການປຽບທຽບເຖິງການເວົ້າຂອງຜູ້ນຳໄດ້ມີຂໍ້ຕົກລົງກັບພວກຜູ້ນຳເອຢິບ. ພວກຜູ້ນຳຂອງເຢຣູຊາເລັມເຊື່ອຫມັ້ນທີ່ຊາວເອຢິບຈະປົກປ້ອງຊາວເອຢິບວ່າຈະປົກປ້ອງພວກເຂົາ ເຫມືອນກັບວ່າພວກເຂົາໄດ້ເຮັດຂໍ້ຕົກລົງກັບພວກພະເຈົ້າປອມຂອງສະຖານແຫ່ງຄວາມຕາຍ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metaphor]])

ດັ່ງນັ້ນເມື່ອໄພພິບັດໄຫລບ່າລົງມາ, ມັນຈະບໍ່ມາເຖິງພວກເຮົາ

ນີ້ແມ່ນການເວົ້າເຖິງການພິພາກສາຂອງພຣະຢາເວ ແລະການລົງໂທດ ເຫມືອນກັບວ່າໄມ້ແສ້ຈະຕີປະຊາຊົນ. ແລະໄມ້ແສ້ຖືກເວົ້າເຫມືອນກັບວ່ານໍ້າຖ້ວມ ຈະໄຫລ່ຜ່ານເຢຣູຊາເລັມ. ອາດແປໄດ້ອີກວ່າ: "ຜົນໄດ້ຮັບຄື, ເມື່ອທຸກໆຄົນທີ່ທົນທຸກທໍລະມານ ແລະກຳລັງຈະຕາຍ, ບໍ່ມີສິ່ງໃດທີ່ຈະທຳລາຍພວກເຮົາໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະພວກເຮົາໄດ້ຕົວະໃນທີ່ລີ້ໄພຂອງພວກເຮົາ ແລະເອົາການຫລອກລວງເປັນທີ່ກຳບັງ

ສອງສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍຄືກັນ. "ຕົວະ" ແລະ "ການຫລອກລວງ" ຖືກເວົ້າເຫມືອນກັບວ່າພວກເຂົາເປັນສະຖານທີ່ບ່ອນທີ່ຄົນສາມາດໄປລີ້ໄພໄດ້. ພວກຜູ້ນຳໃນເຢຣູຊາເລັມຈະບໍ່ເວົ້າວ່າ ພວກເຂົາໄວ້ວາງໃຈໃນການຕົວະ. ພວກເຂົາໄດ້ເຊື່ອວ່າພວກເຂົາປອດໄພຢ່າງແທ້ຈິງ. ແຕ່ເອຊາຢາຮູ້ວ່າພວກເຂົາບໍ່ໄດ້ປອດໄພ, ຍ້ອນວ່າພວກເຂົາໄວ້ວາງໃຈໃນການຕົວະ. ອາດແປໄດ້ອີກວ່າ: "ສຳລັບການຕົວະ ແລະການຫລອກລວງໄດ້ກາຍເປັນບ່ອນທີ່ພວກເຮົາລີ້ໄພຈາກອັນຕະລາຍໄດ້" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metaphor]])

ການຕວະເປັນທີ່ລີ້ໄພຂອງເຮົາ ... ເອົາການຫລອກລວງເປັນທີ່ກຳບັງ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ພວກຜູ້ນຳໄວ້ວາງໃຈໃນການຕົວະຂອງພວກເຂົາເອງ ທີ່ວ່າພວກເຂົາໄດ້ເວົ້າເພື່ອປົກປ້ອງພວກເຂົາເອງ ຫລື 2) ພວກຜູ້ນຳໄວ້ວາງໃຈໃນພັນທະສັນຍາທີ່ພວກເຂົາໄດ້ເຮັດໄວ້ກັບພວກພະເຈົ້າທຽມ ຂອງສະຖານແຫ່ງຄົນຕາຍທີ່ຈະປົກປ້ອງພວກເຂົາໃຫ້ປອດໄພ ຫລື 3) ພວກຜູ້ນຳໄວ້ວາງໃຈທີ່ຈະຕົກລົງວ່າ ພວກເຂົາໄດ້ເຮັດໃຫ້ຊາວເອຢິບຈະປົກປ້ອງພວກເຂົາໃຫ້ປອດໄພ.