lo_tn/isa/28/09.md

2.7 KiB

ເຂົາຈະສອນຄວາມຮູ້ໃຫ້ກັບໃຜ? ແລະເຂົາຈະອະທິບາຍຖ້ອຍຄຳໃຫ້ກັບໃຜ?

ພວກຜູ້ປະກາດພຣະທັມ ແລະພວກປະໂລຫິດທີ່ຂີ້ເມົາໃຊ້ເປັນຄຳຖາມນີ້ເພື່ອວິຈານເອຊາຢາ, ຜູ້ທີ່ກຳລັງພະຍາຍາມທີ່ຈະປັບປຸງພວກເຂົາ. ອາດແປໄດ້ອີກວ່າ: "ພວກຜູ້ປະກາດພຣະທັມ ແລະພວກປະໂລຫິດທີ່ເມົາເຫລົ້ານັ້ນເວົ້າວ່າ, 'ເອຊາຢາບໍ່ຄວນພະຍາຍາມທີ່ສຈະສອນພວກເຂົາກ່ຽວກັບຖ້ອຍຄຳຂອງພຣະຢາເວ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໃຫ້ກັບພວກທີ່ຫາເຊົ່ານົມບໍຫລືພວກທີ່ຫາອອກຈາກອົກແມ່ບໍ?

ພວກຜູ້ປະກາດພຣະທັມ ແລະພວກປະໂລຫິດທີ່ຂີ້ເມົາໃຊ້ເປັນຄຳຖາມນີ້ເພື່ອວິຈານເອຊາຢາ, ຍ້ອນວ່າພວກເຂົາຮູ້ສືກວ່າລາວປະຕິບັດກັບພວກເຂົາເຫມືອນກັບພວກເຂົາເປັນເດັກນ້ອຍ. ອາດແປໄດ້ອີກວ່າ: "ລາວບໍ່ຄວນເຮັດກັບພວກເຮົາເຫມືອນກັບວ່າພວກເຮົາເປັນເດັກນ້ອຍ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-activepassive]])

ເພາະຖ້ອຍຄຳນັ້ນຈະເປັນເຫມືອນກັບຄຳສັ່ງຊ້ອນຄຳສັ່ງ, ຄຳສັ່ງຊ້ອນຄຳສັ່ງ; ກົດບັນຍັດຊ້ອນກົດບັນຍັດ, ກົດບັນຍັດຊ້ອນກົດບັນຍັດ; ທີ່ນີ້ຫນ້ອຍຫນຶ່ງ ແລະ ທີນັ້ນອີກຫນ້ອຍຫນຶ່ງ

ພວກຜູ້ປະກາດພຣະທັມ ແລະພວກປະໂລຫິດທີ່ຂີ້ເມົາວິຈານເອຊາຢາ ຍ້ອນວ່າພວກເຂົາຮູ້ສືກວ່າເອຊາຢາກຳລັງເວົ້າຊໍ້າບັນຍັດທຳມະດາ ເຫມືອນກັບລາວກຳລັງເວົ້າກັບເດັກນ້ອຍ.