lo_tn/isa/28/07.md

3.0 KiB
Raw Permalink Blame History

ບໍ່ພຽງແຕ່ຄົນເຫລົ່ານີ້

"ບໍ່ພຽງແຕ່ພວກຜູ້ນຳ"

ປະໂຣຫິດແລະຜູ້ປະກາດພຣະທັມ

ນີ້ບໍ່ແມ່ນຫມາຍເຖິງສະເພາະແຕ່ປະໂລຫິດຫລືຜູ້ປະກາດພຣະທັມ. ມັນຫມາຍເຖິງພວກປະໂລກຫິດ ແລະພວກຜູ້ປະກາດພຣະທັມໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ພວກປະໂຣຫິດແລະພວກຜູ້ປະກາດພຣະທັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ຊວນເຊດ້ວຍເມໄຮ ແລະພວກເຂົາກໍຖືກຄອບງຳດ້ວຍເຫລົ້າອະງຸ່ນ

ສອງສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍຄືກັນ ແລະເນັ້ນວ່າພວກປະໂລຫິດ ແລະພວກຜູ້ປະກາດພຣະທຳບໍ່ສາມາດເຮັດງານຂອງພວກເຂົາ ເພາະວ່າພວກເຂົາເມົາເຫລົ້າ. ອາດແປໄດ້ອີກວ່າ: "ໂຊເຊໄປມາຍ້ອນວ່າພວກເຂົາເມົາເຫລົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພວກເຂົາກໍຖືກຄອບງຳດ້ວຍເຫລົ້າອະງຸ່ນ

ການດື່ມເຫລົ້າຂອງພວກເຂົາທີ່ຫລາຍເກີນ ຈົນພວກເຂົາບໍ່ສາມາດຄິດຢ່າງເຫມາະສົມອີກຕໍ່ໄປ ຖືກເວົ້າເຫມືອນກັບວ່າເຫລົ້າອະງຸ່ນຄອບງຳພວກເຂົາ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເຫລົ້າອະງຸ່ນເຮັດໃຫ້ພວກເຂົາສັບສົນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ພວກເຂົາໂຊເຊດ້ວຍເມໄຮເຮັດໃຫ້ສົງໃສໃນນິມິດ ແລະ ເອັນອຽງໃນການຕັດສິນຄວາມ

ເຫມືອນກັບພວກເຂົາເມົາເຫລົ້າຫລາຍຈົນວ່າຍ່າງຢ່າງໂຊເຊ, ພວກເຂົາເມົາຫລາຍເກີນໄປຈົນວ່າພວກເຂົາບໍ່ເຂົ້າໃຈນິມິດຕ່າງໆທີ່ພຣະເຈົ້າໃຫ້ພວກເຂົາຫລືຕັດສິນໃຈເຮັດໃນສິ່ງທີ່ດີ.