lo_tn/isa/27/10.md

5.4 KiB

ເພາະເມືອງປ້ອມປາການ ... ກິນກິ່ງຂອງມັນຈົນຫມົດ

ທີ່ນີ້ເອຊາຢາບັນຍາເຖິງເຫດການທີ່ຈະເກີດຂຶ້ນໃນອານາຄົດ ເຫມືອນກັບວ່າມັນໄດ້ເກີດຂຶ້ນແລ້ວ. ນີ້ເນັ້ນວ່າມັນຈະເກີດຂຶ້ນຢ່າງແນ່ນອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ເພາະເມືອງປ້ອມປາການກໍຮ້າງເປົ່າ ແລະທີ່ຢູ່ອາໃສກໍຮົກຮ້າງແລະຖືກຖິ້ມເຫມືອນຖິ່ນທຸກລະກັນດານ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເມືອງຕ່າງໆທີ່ເຂັ້ມແຂງ ແລະ ໄດ້ມີຫລາຍຄົນທີ່ອາໄສຢູ່ໃນພວກມັນ ຈະເປັນທີ່ວ່າງເປົ່າເຫມືອນຖິ່ນແຫ້ງແລ້ງກັນດານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເມືອງປ້ອມປາການ ... ທີ່ຢູ່ອາໃສ

ນີ້ບໍ່ໄດ້ຫມາຍເຖິງເມືອງໃດຫນຶ່ງສະເພາະເຈາະຈົງ ຫລື ຄົນທີ່ອາໄສແຕ່ເມືອງຕ່າງໆ ແລະ ຄົນທີ່ຢູ່ອາໄສໃນທົ່ວໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ລູກງົວຈະຫາກິນຢູ່ທີ່ນັ້ນ ແລະມັນນອນລົງແລະກິນກິ່ງຂອງມັນຈົນຫມົດ

ຄຳວ່າ "ລູກງົວ" ເປັນຕົວແທນເຖິງລູກງົວຫລືງົວໃນໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ລູກງົວຈະຫາກິນ, ແລະທີ່ນັ້ນພວກມັນຈະນອນລົງ ແລະກິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ເມື່ອກິ່ງ ... ບໍ່ແມ່ນຊົນຊາດທີ່ເຂົ້າໃຈ

ປະຊາຊົນຈະອ່ອນແອຫລາຍຍ້ອນວ່າພວກເຂົາບໍ່ໄດ້ເຊື່ອຟັງພຣະຢາເວ ດັ່ງນັ້ນພວກສັດຕູຈຶ່ງສາມາດທຳລາຍພວກເຂົາຖືກເວົ້າເຫມືອນກັບວ່າພວກເຂົາເປັນກິ່ງທີ່ແຫ້ງທີ່ຜູ້ຍິງໄດ້ຫັກອອກຈາກຕົ້ນໄມ້ແລ້ວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເມື່ອກິ່ງເຫລົ່ານັ້ນຫ່ຽວແຫ້ງພວກມັນກໍຈະຖືກຫັກອອກໄປ ພວກຜູ້ຍິງຈະມາແລະເອົາມັນໄປກໍ່ໄຟ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເມື່ອກິ່ງຕ່າງແຫ້ງໄປ, ພວກຜູ້ຍິງຈະມາແລະຫັກພວກມັນອອກໄປ ແລະ ດັງໄຟດ້ວຍກິ່ງເຫລົ່ານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ບໍ່ແມ່ນຊົນຊາດທີ່ເຂົ້າໃຈ

ປະໂຫຍກນີ້ສາມາດເຮັດໃຫ້ເຂົ້າໄດ້ດີຂຶ້ນຕື່ມອີກ. ອາດແປໄດ້ອີກວ່າ: "ນີ້ບໍ່ແມ່ນປະຊາຊົນຜູ້ທີ່ເຂົ້າໃຈພຣະຢາເວ ແລະ ກົດຫມາຍຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຊົນຊາດ

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ປະຊາຊົນ" ຫມາຍເຖິງປະຊາຊົນອິດສະຣາເອນ ຫລື 2) "ປະຊາຊົນ" ຫມາຍເຖິງປະຊາຊົນຂອງຊົນຊາດຕ່າງໆຂອງຄົນຕ່າງຊາດ ຜູ້ທີ່ບິບບັງຄັບປະຊາຊົນອິດສະຣາເອນ.

ເພາະສະນັ້ນ ພະຜູ້ສ້າງຂອງພວກເຂົາຈະບໍ່ຊົງອີ່ຕົນພວກເຂົາ ແລະພະອົງຜູ້ຊົງສ້າງພວກເຂົາຈະບໍ່ມີເມດຕາຕໍ່ພວກເຂົາ

ທັງສອງຂໍ້ມີຄວາມຫມາຍທີ່ຄືກັນ. ອາດແປໄດ້ອີກວ່າ: "ຍ້ອນພວກເຂົາບໍ່ເຂົ້າໃຈ, ພຣະຢາເວ, ຜູ້ທີ່ໄດ້ສ້າງພວກເຂົາມາ, ຈະບໍ່ມີຄວາມເມດຕາຕໍ່ພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)