lo_tn/isa/27/07.md

4.3 KiB

ພຣະຢາເວໄດ້ໂຈມຕີຢາໂຄບແລະອິດສະຣາເອນເຫມືອນຢ່າງທີ່ພຣະອົງໄດ້ໂຈມຕີຊົນຊາດເຫລົ່ານັ້ນທີ່ໂຈມຕີພວກເຂົາບໍ?

ຄຳຖາມນີ້ຖືກໃຊ້ເພື່ອປຽບທຽບໃຫ້ເຫັນພາບຄວາມຮຸນແຮງຂອງການລົງໂທດຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ລົງໂທດບັນດາຊົນຊາດທີ່ເປັນສັດຕູຮຸນແຮງກວ່າ ທີ່ພຣະອົງໄດ້ລົງໂທດປະຊາຊົນອິດສະຣາເອນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຢາໂຄບ ... ອິດສະຣາເອນ

ເຫລົ່ານີ້ເປັນຕົວແທນເຖິງເຊື້ອສາຍຂອງຢາໂຄບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຢາໂຄບແລະອິດສະຣາເອນໄດ້ຖືກຂ້າເຫມືອນຢ່າງໃນການສັງຫານຊົນຊາດເຫລົ່ານັ້ນທີ່ພວກເຂົາໄດ້ຂ້າບໍ?

ຄຳຖາມນີ້ຄືກັນ ຖືກໃຊ້ເພື່ອປຽບທຽບໃຫ້ເຫັນພາບຄວາມຮຸນແຮງຂອງການລົງໂທດຂອງພຣະເຈົ້າ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວບໍ່ຂ້າປະຊາຊົນອິດສະຣາເອນ ເຫມືອນກັບພວກເຂົາຂ້າພວກສັດຕູຂອງພວກເຂົາຈາກບັນດາຊົນຊາດອຶ່ນໆ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-rquestion]])

ເຄື່ອງມືແທ້ໆທີ່ພຣະອົງຊົງໃຊ້ຕໍ່ສູ້

ຄຳວ່າ "ພຣະອົງ" ຫມາຍເຖິງພຣະເຈົ້າ. ພຣະຢາເວລົງໂທດປະຊາຊົນຂອງພຣະອົງຫລາຍເທົ່າທີ່ພວກເຂົາຕ້ອງການ ຖືກເວົ້າເຫມືອນກັບວ່າການລົງໂທດຂອງພຣະເຈົ້າເປັນບາງສິ່ງບາງຢ່າງທີ່ສາມາດຖືກວັດແທກໄດ້. ອາດແປໄດ້ອີກວ່າ: "ແຕ່ພຣະອົງໄດ້ລົງໂທດພວກເຂົາຫລາຍເທົ່າພວກເຂົ້າຕ້ອງການ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-you]] ແລະ [[rc:///ta/man/translate/figs-metaphor]])

ຄືການໄລ່ຢາໂຄບແລະອິດສະຣາເອນໄປ

ນີ້ເປັນຕົວແທນເຖິງເຊື້ອສາຍຂອງຢາໂຄບ. ອາດແປໄດ້ອີກວ່າ: "ຄືສົ່ງຊາວອິດສະຣາເອນໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະອົງໄດ້ຊົງຂັບໄລ່ພວກເຂົາໄປດ້ວຍລົມຮຸນແຮງ ໃນວັນທີ່ມີລົມຕະວັນອອກ

ຣິດອຳນາດຂອງພຣະຢາເວໃນການຂັບໄລ່ປະຊາຊົນຂອງພຣະອົງໄປປະເທດຂອງຄົນຕ່າງຊາດ ຖືກເວົ້າເຫມືອນກັບວ່າພຣະຢາເວໃຊ້ລົມພັດພວກເຂົາໄປປະເທດຂອງຄົນຕ່າງຊາດ. ອາດແປໄດ້ອີກວ່າ: "ດ້ວຍຣິດອຳນາດຂອງພຣະຢາເວໄດ້ຂັບໄລ່ພວກເຂົາອອກໄປ ເຫມືອນກັບລົມຈາກທິດຕາເວັນອອກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)