lo_tn/isa/27/06.md

2.8 KiB

ຂໍ້ມູນທົ່ວໄປ:

ນີ້ແມ່ນການເວົ້າສືບຕໍ່ກ່ຽວກັບປະຊາຊົນອິດສະຣາເອນ ເຫມືອນກັບວ່າພວກເຂົາເປັນສວນອະງຸ່ນ (ເບິ່ງເພີ່ມເຕີມ: 27:1).

ໃນມື້ນັ້ນທີ່ຈະມາເຖິງ

ນີ້ແມ່ນການເວົ້າກ່ຽວກັບວັນນັ້ນ ເຫມືອນກັບວ່າມັນເດີນທາງມາເຖິງບາງບ່ອນໃດຫນຶ່ງ. ອາດແປໄດ້ອີກວ່າ: "ໃນອານາຄົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຢາໂຄບຈະຢັ່ງຮາກ; ອິດສະຣາເອນຈະເບັ່ງບານແລະແຕກຫນໍ່

ພຣະຢາເວອວຍພອນປະຊາຊົນອິດສະຣາເອນ ແລະ ເຮັດໃຫ້ພວກເຂົາຈະອຸດົມຮັ່ງມີ ຖືກເວົ້າເຫມືອນກັບວ່າພວກເຂົາເປັນເຄືອອະງຸ່ນທີ່ຮາກຂອງມັນໃຫຍ່ ແລະ ດອກຂອງມັນເບັ່ງບານ. ອາດແປໄດ້ອີກວ່າ: "ບັນດາເຊື້ອສາຍຂອງອິດສະຣາເອນຈະອຸດົມຮັ່ງມີ ເຫມືອນເຄືອອະງຸ່ນໄດ້ຢັ່ງຮາກ ແລະດອກເບັ່ງບານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຢາໂຄບ ... ອິດສະຣາເອນ

ຄຳວ່າ "ຢາໂຄບ" ແລະ "ອິດສະຣາເອນ" ເປັນການປຽບທຽບທີ່ເປັນຕົວແທນເຖິງເຊື້ອສາຍຂອງຢາໂຄບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາຈະເຮັດໃຫ້ພື້ນດິນເຕັມໄປດ້ວຍຜົນ

ພຣະຢາເວໄດ້ເຮັດໃຫ້ປະຊາຊົນອິດສະຣາເອນອຸດົມຮັ່ງມີຢ່າງໃຫຍ່ ເພື່ອທີ່ພວກເຂົາຈະສາມາດຊ່ວຍເຫລືອຄົນອຶ່ນໆ ຖືກເວົ້າເຫມືອນກັບວ່າພວກເຂົາເປັນເຄືອອະງຸ່ນທີ່ໃຫຍ່ຂຶ້ນຫລາຍເພື່ອເກີດຜົນຫລາຍ ທີ່ຈະປົກຄຸມໄປທົ່ວແຜ່ນດິນໂລກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)