lo_tn/isa/27/04.md

4.4 KiB

ຂໍ້ມູນເຊື່ອມຕໍ່:

ນີ້ແມ່ນການເວົ້າສືບຕໍ່ກ່ຽວກັບປະຊາຊົນອິດສະຣາເອນ ເຫມືອນກັບວ່າພວກເຂົາເປັນສວນອະງຸ່ນ (ເບິ່ງເພີ່ມເຕີມ: 27:1).

ເຮົາບໍ່ໄດ້ໂກດຮ້າຍ, ທີ່ມີພຸ່ມໄມ້ຫນາມແລະພວກຕົ້ນຫນາມ! ໃນການສູ້ຮົບເຮົາຈະກ້າວຍ່າງອອກໄປຕໍ່ສູ້ກັບພວກມັນ

"ເຮົາບໍ່ໄດ້ໂກດຮ້າຍ, ຖ້າມີພຸ່ມໄມ້ຫນາມ ແລະ ພວກຕົ້ນຫນາມ! ເຮົາຈະກ້າວຍ່າງອອກໄປຕໍ່ສູ້ກັບພວກມັນໃນສົງຄາມ"

ເຮົາບໍ່ໄດ້ໂກດຮ້າຍ

ນີ້ແມ່ນຖືກເຂົ້າໃຈວ່າ ພຣະຢາເວບໍ່ໄດ້ໂກດຮ້າຍປະຊາຊົນຂອງພຣະອົງອີກຕໍ່ໄປແລ້ວ. ອາດແປໄດ້ອີກວ່າ: "ເຮົາບໍ່ໄດ້ໂກດຮ້າຍປະຊາຊົນຂອງເຮົາອີກຕໍ່ໄປແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ທີ່ມີພຸ່ມໄມ້ຫນາມແລະພວກຕົ້ນຫນາມ

ພວກສັດຕູຂອງປະຊາຊົນອິດສະຣາເອນ ຖືກເວົ້າເຫມືອນກັບວ່າພວກເຂົາເປັນພຸ່ມໄມ້ຫນາມ ແລະ ພວກຕົ້ນຫນາມໃຫຍ່ຂຶ້ນໃນສວນອະງຸ່ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຸ່ມໄມ້ຫນາມແລະພວກຕົ້ນຫນາມ

ຖ້ອຍຄຳເຫລົ່ານີ້ແປເຫມືອນກັນກັບໃນ 5:5.

ໃນການສູ້ຮົບເຮົາຈະກ້າວຍ່າງອອກໄປຕໍ່ສູ້ກັບພວກມັນ

ພຣະຢາເວຕໍ່ສູ້ພວກສັດຕູຂອງພຣະອົງ ຖືກເວົ້າເຫມືອນກັບວ່າພຣະອົງເປັນນັກຮົບໃນກອງທະຫານ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະກ້າວຍ່າງອອກໄປຕໍ່ສູ້ກັບພວກມັນ; ເຮົາຈະເຜົາພວກມັນທັງຫມົດດ້ວຍກັນ

ທີ່ນີ້ເອຊາຢາເຊື່ອມພາບສອງຢ່າງເຫລົ່ານີ້ເຂົ້າດ້ວຍກັນ ເພື່ອເວົ້າກັບພວກສັດຕູຂອງພຣະຢາເວ. ພຣະອົງເວົ້າກັບພວກເຂົາເຫມືອນກັບວ່າພວກເຂົາເປັນພຸ່ມໄມ້ຫນາມ ແລະ ພວກຕົ້ນໄມ້ຫນາມ ແຕ່ຍັງເຫມືອນກັບພວກທະຫານໃນກອງທັບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເວັ້ນແຕ່ພວກມັນໄດ້ເຂົ້າໃຈເຖິງການປົກປ້ອງຂອງເຮົາໄວ້

ນີ້ສາມາດຖືກສັບປ່ຽນເພື່ອເຮັດໃຫ້ຄຳນາມທີ່ເປັນນາມມະທຳ "ການປົກປ້ອງ" ຖືກສະແດງເປັນຄຳກິລິຍາ "ປົກປ້ອງ"ອາດແປໄດ້ອີກວ່າ: "ເວັ້ນແຕ່ພວກເຂົາຂໍໃຫ້ເຮົາປົກປ້ອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ສ້າງສັນຕິພາບກັບເຮົາ; ໃຫ້ພວກມັນເຮັດສັນຕິພາບກັບເຮົາ

"ແລະພວກເຂົາຂໍທີ່ຈະມີຊີວິດຢູ່ຢ່າງສັນຕິພາບກັບ; ເຮົາຕ້ອງການໃຫ້ພວກເຂົາມີຊີວິດຢູ່ຢ່າງສະຫງົບສຸກກັບເຮົາ"