lo_tn/isa/26/19.md

4.8 KiB

ພວກຄົນຕາຍຂອງພຣະອົງຈະມີຊີວິດອີກ

ນີ້ສາມາດຖືກສັບປ່ຽນຊື່ຂອງຄຳຄຸນນາມ "ຕາຍ" ຖືກສະແດງອອກໃຫ້ເປັນຄຳກິລິຍາ "ໄດ້ຕາຍ." ອາດແປໄດ້ອີກວ່າ: "ປະຊາຊົນຂອງພຣະອົງຜູ້ທີ່ໄດ້ຕາຍໄປແລ້ວຈະກັບມີຊີວິດອີກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)

ພວກຄົນຕາຍຂອງພຣະອົງ

ຄວາມຫມາຍທີ່ອາດເປັນໄດ້ 1)"ຂອງພຣະອົງ" ຫມາຍເຖິງພຣະຢາເວ ຫລື "ຂອງເຈົ້າ" ຫມາຍເຖິງປະຊາຊົນອິດສະຣາເອນ. ຖ້າພວກເຈົ້າເລືອກສອງຢ່າງນີ້ທ່ານຈົ່ງແປເຫມືອນວ່າ "ພວກຄົນຕາຍຂອງພວກເຮົາ"

ລຸກຂຶ້ນ

ນີ້ແມ່ນການເວົ້າກັບຄົນຕາຍໃຫ້ເປັນຄືນຂຶ້ນມາສູ່ຊີວິດ ເຫມືອນກັບວ່າພວກເຂົາກຳລັງຖືກປຸກໃຫ້ຕື່ນຈາກນອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຈົ້າທີ່ອາໃສຢູ່ໃນຝຸ່ນດິນ

ນີ້ແມ່ນວິທີທາງທີ່ສຸພາບທີ່ຫມາຍເຖິງຄົນເຫລົ່ານັ້ນທີ່ໄດ້ຕາຍໄປແລ້ວ. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີເປັນຄົນຕາຍແລະຖືກຝັງໄວ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ເພາະນ້ຳຄ້າງຂອງພຣະອົງເປັນນ້ຳຄ້າງແຫ່ງຄວາມສະຫວ່າງ

ພຣະຢາເວສະແດງອອກຕໍ່ປະຊາຊົນຂອງພຣະອົງດ້ວຍຄວາມເມດຕາ ແລະ ກຳລັງນຳພວກເຂົາກັບຄືນສູ່ຊີວິດ ຖືກເວົ້າເຫມືອນກັບວ່າມັນເປັນຫມອກທີ່ເຮັດໃຫ້ພືດພັນມີຊີວິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະນ້ຳຄ້າງຂອງພຣະອົງ

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ຂອງພຣະອົງ" ຫມາຍເຖິງພຣະຢາເວແລະນີ້ແມ່ນນໍ້າຫນອກທີ່ພຣະຢາເວໃຫ້ ຫລື 2) "ຂອງພວກເຈົ້າ" ຫມາຍເຖິງປະຊາຊົນອິດສະຣາເອນແລະ ນີ້ແມ່ນນໍ້າຫມອກທີ່ພວກເຂົາໄດ້ຮັບມາຈາກພຣະຢາເວ.

ນ້ຳຄ້າງແຫ່ງຄວາມສະຫວ່າງ

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ຄວາມສະຫວ່າງ" ຫມາຍເຖິງຣິດອຳນາດຂອງພຣະຢາເວເພື່ອເຮັດໃຫ້ຄົນຕາຍເປັນຄືນມາສູ່ຊີວິດອີກ. ອາດແປໄດ້ອີກວ່າ: "ນໍ້າຫມອກຈາກພຣະຢາເວ" ຫລື 2) "ຄວາມສະຫວ່າງ" ຫມາຍເຖິງເວລາຕອນເຊົ້າເມື່ອນໍ້າຫມອກຢູ່ເທິງພືດພັນ. ອາດແປໄດ້ອີກວ່າ: "ນໍ້າຫມອກໃນຕອນເຊົ້າ"

ແຜ່ນດິນໂລກຈະນຳພວກຄົນຕາຍເປັນຂຶ້ນມາ

"ແຜ່ນດິນໂລກຈະເກີດຄົນເຫລົ່ານັ້ນທີ່ຕາຍໄປແລ້ວ." ພຣະຢາເວເຮັດໃຫ້ຄົນຕາຍເປັນຄືນມາສູ່ຊີວິດອີກ ຖືກເວົ້າເຫມືອນກັບວ່າແຜ່ນດິນໂລກໄດ້ໃຫ້ກຳເນີດຄົນເຫລົ່ານັ້ນທີ່ໄດ້ຕາຍໄປແລ້ວ. ອາດແປໄດ້ອີກວ່າ: "ແລະພຣະຢາເວຈະເຮັດໃຫ້ຄົນເຫລົ່ານັ້ນຜູ້ທີ່ໄດ້ຕາຍໄປແລ້ວເປັນຄືນຂຶ້ນມາຈາກຕາຍຈາກແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)