lo_tn/isa/26/07.md

4.3 KiB

ທາງຂອງຄົນຊອບທຳກໍຜ່ານໄປໄດ້ ... ພຣະອົງຊົງເຮັດໃຫ້ທາງຂອງຄົນຊອບທຳຕົງໄປ

ສອງສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍຄືກັນ. ປະຊາຊົນເຊື່ອຟັງພຣະຢາເວຖືກເວົ້າເຫມືອນກັບວ່າ ພວກເຂົາຍ່າງໄປໃນທາງຂອງພຣະອົງ. ພຣະຢາເວເຮັດໃຫ້ປະຊາຊົນຫມັ້ນໃຈໃນສິ່ງທີ່ພວກເຂົາໄດ້ນັ້ນຖືກຕ້ອງ ຖືກເວົ້າເຫມືອນກັບວ່າພຣະອົງໄດ້ເຮັດໃຫ້ທາງດິນພຽງ ແລະເຮັດໃຫ້ຊື່ກົງໄປສຳລັບພວກເຂົາ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metaphor]])

ຂ້າແຕ່ພຣະຢາເວພວກເຮົາລໍຖ້າພຣະອົງໃນທາງແຫ່ງການພິພາກສາຂອງພຣະອົງ

ສິ່ງທີ່ພຣະຢາເວເຮັດໄດ້ພິພາກສາໃຫ້ຖືກຕ້ອງ ຖືກເວົ້າເຫມືອນກັບວ່າຍາງໄປໃນທາງຂອງພຣະອົງ. ອາດແປໄດ້ອີກວ່າ: "ພວກເຮົາລໍຖ້າພຣະອົງ, ພຣະຢາເວ, ຂະນະທີ່ພວກເຮົາສືບຕໍ່ເຮັດໃນສິ່ງທີ່ພຣະອົງພິພາກສາວ່າຖືກຕ້ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ການພິພາກສາຂອງພຣະອົງ

"ຂອງກົດຫມາຍຂອງພຣະອົງ" ຫລື "ຂອງຄຳສັ່ງສອນຂອງພຣະອົງ"

ພວກເຮົາລໍຖ້າ

ຄຳວ່າ "ພວກເຮົາ" ຫມາຍເຖິງເອຊາຢາແລະປະຊາຊົນທັງຫມົດຜູ້ທີ່ຊອບທຳກຳລັງເວົ້າກັບພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)

ພຣະອົງພຣະນາມຂອງພຣະອົງ ແລະ ເປັນທີລະນຶກຂອງພຣະອົງເປັນຄວາມປາດຖະນາຂອງພວກຂ້ານ້ອຍ

ຄຳວ່າ "ພຣະນາມ" ແລະ "ທີລະນຶກ" ເປັນຕົວແທນເຖິງພຣະລັກສະນະຂອງພຣະຢາເວຊຶ່ງເປັນຕົວແທນເຖິງພຣະຢາເວເອງ. ອາດແປໄດ້ອີກວ່າ: "ຄວາມປາດຖະຫນາພຽງສິ່ງດຽວຂອງພວກເຮົາຄືເພື່ອໃຫ້ກຽດພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ວິນຍານຂອງຂ້ານ້ອຍພາຍໃນຂ້ານ້ອຍສະແຫວງຫາພຣະອົງດ້ວຍຄວາມຮ້ອນຮົນ

ຄວາມຕ້ອງການທີ່ຈະຮູ້ຈັກກັບພຣະຢາເວ ແລະກົດຫມາຍຂອງພຣະອົງດີກວ່ານີ້ຖືກເວົ້າເຫມືອນກັບວ່າຄົນສະແຫວງຫາເພື່ອທີ່ຈະພົບກັບພຣະຢາເວ. ອາດແປໄດ້ອີກວ່າ: "ຂ້ານ້ອຍຕ້ອງການຮູ້ຈັກກັບພຣະອົງດີຂຶ້ນຢ່າງຮ້ອນຮົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ວິນຍານຂອງຂ້ານ້ອຍພາຍໃນຂ້ານ້ອຍສະແຫວງຫາພຣະອົງດ້ວຍຄວາມຮ້ອນຮົນ

ຄຳວ່າ "ວິນຍານ" ເປັນຕົວແທນເຖິງຜູ້ເວົ້າທັງຫມົດຕົນຕົວຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)