lo_tn/isa/26/01.md

1.9 KiB

ໃນມື້ນັ້ນ

ຄຳວ່າ "ມື້" ເປັນຕົວແທນຂອງເວລາໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ໃນເວລານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຂົາຈະຮ້ອງເພງນີ້ໃນແຜ່ນດິນຢູດາ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ປະຊາຊົນໃນແຜ່ນດິນຢູດາຈະຮ້ອງເພງນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເຮົາມີເມືອງທີ່ເຂັ້ມແຂງ

ນີ້ຫມາຍເຖິງເມືອງເຢຣູຊາເລັມ.

ພຣະເຈົ້າໄດ້ຊົງເຮັດໃຫ້ຄວາມລອດເປັນກຳແພງແລະແນວປ້ອງກັນຂອງເມືອງນັ້ນ

ຣິດອຳນາດຂອງພຣະເຈົ້າເພື່ອປົກປ້ອງ ແລະ ຊ່ວຍປະຊາຊົນຂອງພຣະອົງຖືກເວົ້າເຫມືອນກັບວ່າຄວາມລອດຂອງພຣະອົງເປັນກຳແພງປ້ອງກັນຂອງເມືອງໄວ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊົນຊາດທີ່ຊອບທຳຈະຮັກສາຄວາມເຊື່ອ

ຄຳວ່າ "ຊົນຊາດ" ເປັນຕົວແທນຂອງປະຊາຊົນ. ອາດແປໄດ້ອີກວ່າ: "ຄົນຊອບທຳແລະຄົນສັດຊື່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)