lo_tn/isa/25/06.md

2.4 KiB

ເທິງພູເຂົາ

ນີ້ຫມາຍເຖິງເຢຣູຊາເລັມ ຫລື ພູເຂົາຊີໂອນ.

ພຣະຢາເວຈອມໂຍທາ

ແປຄືກັນກັບໃນ 1:9.

ງານລ້ຽງທີ່ເຕັມດ້ວຍໄຂມັນ

ຄຳວ່າ "ທີ່ເຕັມໄປດ້ວຍໄຂມັນ" ຫມາຍເຖິງອາຫານທີ່ດີທີ່ສຸດ.

ງານລ້ຽງທີ່ມີເຫລົ້າອະງຸ່ນຢ່າງດີ

"ເຫລົ້າອະງຸ່ນມັກໄວ້ດົນທີ່ສຸດ" ນີ້ຫມາຍເຖິງເຫລົ້າອະງຸ່ນທີ່ດີທີ່ສຸດ.

ສິ່ງທີ່ປົກຄຸມເທິງຊົນຊາດທັງຫມົດເທິງພູເຂົານີ້ຜ້າທໍ່ໃຍທີ່ປົກຄຸມບັນດາປະຊາຊົນ

ຄວາມຕາຍ, ການທົນທຸກທໍລະມານ, ແລະ ຄວາມໂສກເສົ້າຖືກເວົ້າເຫມືອນກັບວ່າ ພວກມັນເປັນເມກມືດຫລືໄຍແມງມູມທີ່ປົກຄຸມທຸກໆຄົນເທິງແຜ່ນດິນໂລກ. (ເບິງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-parallelism]])

ພຣະອົງຈະຊົງກືນຄວາມຕາຍ

ພຣະຢາເວເຮັດໃຫ້ປະຊາຊົນມີຊີວິດຢູ່ຕະຫລອດໄປເປັນນິດ ຖືກເວົ້າເຫມືອນກັບວ່າພຣະອົງໄດ້ຊົງກີນກິນຄວາມຕາຍແລ້ວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈະຊົງນຳຄວາມອັບອາຍຂອງຊົນຊາດຂອງພຣະອົງອອກໄປຈາກແຜ່ນດິນໂລກທັງຫມົດ

ພຣະຢາເວເຮັດໃຫ້ປະຊາຊົນຈະບໍ່ອັບອາຍອີກຕໍ່ໄປ ຖືກເວົ້າເຫມືອນກັບວ່າຄວາມອັບອາຍເປັນວັດຖຸທີ່ພຣະຢາເວຈະເອົາໄປໃຫ້ໄກແສນໄກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)