lo_tn/isa/24/21.md

3.7 KiB

ເຫດການນັ້ນຈະເກີດຂຶ້ນ

ນີ້ຫມາຍເຫດການທີ່ສຳຄັນ. ຖ້າໃນພາສາທ່ານມີວິທີສຳລັບການເຮັດແບບນີ້, ຂໍໃຫ້ໃສ່ມັນໃນທີ່ນີ້ດ້ວຍ.

ໃນວັນທີ່

ຄຳວ່າ "ວັນ" ຫມາຍເຖິງເວລາໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ໃນເວລານັ້ນທີ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກທີ່ຢູ່ສູງເທິງທີ່ສູງ

ຄຳວ່າ "ສູງ" ຫລື "ສູງສຸດ" ເປັນຄຳສັບທີ່ຫມາຍເຖິງຄວາມຫລາຍຂອງຈຳນວນຂອງບາງສິ່ງບາງຢ່າງ. ທີ່ນີ້ມັນຫມາຍເຖິງວິນຍານຊົ່ວຢູ່ໃນສະຫວັນທະຫລາຍ. ອາດແປໄດ້ອີກວ່າ: "ພວກວິນຍານຊົ່ວທັງຫລາຍ" ຫລື "ພວກເທວະດາທີ່ໄດ້ກະບົດຕໍ່ສູ້ພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເທິງທີ່ສູງ

ຄຳວ່າ "ສູງ" ເປັນຕົວແທນເຖິງຟ້າສະຫວັນ ຫລື ທ້ອງຟ້າ. ອາດແປໄດ້ອີກວ່າ: "ໃນຟ້າສະຫວັນ" ຫລື "ໃນທ້ອງຟ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາຈະຖືກຮວມເຂົ້າດ້ວຍກັນເປັນພວກນັກໂທດໃນຄຸກໃຕ້ດິນ ແລະ ຈະຖືກຂັງໄວ້ໃນຄຸກ

ຄຳວ່າ "ຄຸກໃຕ້ດິນ" ຫມາຍເຖິງຫ້ອງມືດ ຫລືລຸມໄດ້ໃຫ້ເປັນຄຸກ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະລວບລວມພວກເຂົາເຂົ້າໄປດ້ວຍກັນເຫມືອນເປັນພວກນັກໂທດຂອງລາວ ແລະ ໃສ່ກອນລ໋ອກພວກເຂົາໃນຄຸກໃຕ້ດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພວກເຂົາກໍຈະຖືກລົງໂທດ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະລົງໂທດພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ແລ້ວດວງຈັນຈະອົດສູ ແລະດວງອາທິດຈະຂາຍຫນ້າ

ດວງອາທິດ ແລະ ດວງຈັນຖືກບັນຍາຍເຫມືອນກັບເປັນຄົນ ຜູ້ທີ່ຖືກອັບອາຍຢູ່ຕໍ່ຫນ້າຄົນອື່ນທີ່ມີອຳນາດທີ່ຍິ່ງໃຫຍ່ກວ່າ. ໃນການຊົງສະຖິດຢູ່ຂອງພຣະຢາເວ, ຄວາມສະຫວ່າງຂອງດວງຈັນ ແລະ ດວງອາທິດເບິ່ງຄືວ່າຄວາມສະຫວ່າງຈະຫນ້ອຍກວ່າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)