lo_tn/isa/24/19.md

3.0 KiB

ແຜ່ນດິນໂລກຈະແຕກສະລາຍຈົນສິ້ນຊາກແຜ່ນດິນໂລກຈະແຕກອອກເປັນຕອນ ແຜ່ນດິນໂລກຈະສັ່ນສະເທືອນຢ່າງຮຸນແຮງ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ແຜ່ນດິນໂລກຈະແຕກ ແລະແຍກອອກຈາກກັນ; ແຜ່ນດິນໂລກຈະສັ່ນສະເທືອນຢ່າງຮຸນແຮງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ແຜ່ນດິນໂລກຈະໂຊເຊເຫມືອນກັບຄົນເມົາ ແລະມັນຈະໂຍກໄປຂ້າງຫລັງແລະຂ້າງຫນ້າເຫມືອນກັບຕູບ

ການປຽບທຽບເຫລົ່ານີ້ ເນັ້ນວ່າວິທີທີ່ແຜ່ນດິນໂລກຈະສັ່ນສະເທືອນໄປໆມາໆ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຄວາມບາບຂອງໂລກກໍຫນັກຢູ່ເທິງໂລກ ແລະ ໂລກຈະລົ້ມລົງແລະບໍ່ລຸກຂຶ້ນອີກເລີຍ

ນີ້ແມ່ນການເວົ້າເຖິງແຜ່ນດິນໂລກເຫມືອນກັບວ່າມັນເປັນຄົນແລະຄວາມຜິດບາບເປັນເຫມືອນວັດຖຸທີ່ຫນັກຫລາຍ. ທີ່ຄົນຫນຶ່ງພະຍາຍາມທີ່ຈະຍົກນໍ້າຫນັກທີ່ຫນັກຫລາຍນັ້ນແຕ່ຄວາມຫນັກນັ້ນຈະເຮັດໃຫ້ຄົນນັ້ນລົ້ມລົງ ແລະ ບໍ່ສາມາດລຸກຂຶ້ນຢືນໄດ້. ແຜ່ນດິນໂລກທີ່ນີ້ເປັນຕົວແທນເຖິງປະຊາຊົນເທິງແຜ່ນດິນໂລກຜູ້ທີ່ເຮັດໃຫ້ພຣະຢາເວທຳລາຍແຜ່ນດິນໂລກຍ້ອນຄວາມຜິດບາບຂອງພວກເຂົານັ້ນ. ອາດແປໄດ້ອີກວ່າ: "ຄວາມຜິດບາບຂອງປະຊາຊົນນັ້ນມີຢ່າງຫລວງຫລາຍ ແລະ ເຮັດໃຫ້ພຣະຢາເວຈະທຳລາຍແຜ່ນດິນໂລກເສຍ, ແລະ ແຜ່ນດິນໂລກຈະເປັນເຫມືອນກັບຄົນຫນຶ່ງທີ່ລົ້ມລົງ ແລະ ບໍ່ສາມາດລຸກຂຶ້ນໄດ້" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])