lo_tn/isa/24/17.md

3.4 KiB

ຜູ້ທີ່ອາໃສຢູ່ເທິງແຜ່ນດິນໂລກເອີຍ ຄວາມເປັນຕາຢ້ານລຸມພາງແລະກັບດັກມາເຖິງພວກເຈົ້າ

"ພວກເຈົ້າປະຊາຊົນຂອງແຜ່ນດິນໂລກຈະມີປະສົບການກັບຄວາມຢ້ານກົວຈົນຕົວສັ່ນ, ໃນລຸມພາງ ແລະກັບດັກດ້ວຍ"

ລຸມພາງນັ້ນ ແລະ ຄົນທີ່ຂຶ້ນມາຈາກລຸມພາງ ... ຖືກຈັບໃນກັບດັກ

ຄຳວ່າ "ລຸມພາງ" ແລະ "ກັບດັກ" ເປັນຕົວແທນເຖິງສິ່ງບໍ່ດີທັງຫມົດທີ່ຈະເກີດຂຶ້ນກັບປະຊາຊົນ. ປະຊາຊົນຈະແລ່ນຫນີໄກຈາກສິ່ງທີ່ບໍ່ດີອັນຫນຶ່ງແຕ່ພວກເຂົາຈະປະສົບກັບສິ່ງບໍ່ດີອີກອັນໃຫມ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ສຽງຂອງຄວາມເປັນຕາຢ້ານ

"ສຽງແຫ່ງຄວາມຢ້ານກົວຈົນຕົວສັ່ນ"

ຖືກຈັບໃນກັບດັກ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ກັບດັກຈະຈັບລາວໄວ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ປ່ອງຢ້ຽມຂອງທ້ອງຟ້າຈະເປີດອອກ

ການເວົ້ານີ້ກ່ຽວກັບຈຳນວນຫ່າຝົນທີ່ຈະຕົກມາຈາກທ້ອງຟ້າເຫມືອນກັບວ່າພຣະຢາເວຈະເປີດປ່ອງຢ້ຽມໃນທ້ອງຟ້າ ແລະ ປ່ອຍໃຫ້ມີການຖອກເທນໍ້າຜ່ານມາ. ອາດແປໄດ້ອີກວ່າ: "ທ້ອງຟ້າຈະເປີດແຍກອອກ ແລະຫ່າຝົນໃຫຍ່ຈະຕົກລົງມາຢ່າງຫນັກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຖານຮາກຂອງແຜ່ນດິນໂລກຈະສັ່ນສະເທືອນ

ຄຳວ່າ "ຖານຮາກ" ປົກກະຕິແລ້ວຫມາຍເຖິງໂຄງສ້າງຂອງຫີນທີ່ໃຫ້ກາຍຄໍ້າຕົວອາຄານຈາກພື້ນດິນໄປ. ທີ່ນີ້ບັນຍາຍຄ້າຍຄືກັນໃນໂຄງສ້າງທີ່ຄິດວ່າມັນເປັນການຄໍ້າ ແລະຢືດແຜ່ນດິນໂລກໃຫ້ຢູ່ບ່ອນຂອງມັນ. ເອຊາຢາເວົ້າແມ່ນແຕ່ໂຄງສ້າງທີ່ຢືດແຜ່ນດິນໂລກບໍ່ໃຫ້ສັ່ນສະເທືອນ. ອາດແປໄດ້ອີກວ່າ: "ແຜ່ນດິນໂລກຈະສັ່ນເທືອນຢ່າງຮຸນແຮງຫລາຍ" ຫລື "ຈະມີແຜ່ນດິນໄຫວຢ່າງຮຸນແຮງຫລາຍ"