lo_tn/isa/24/14.md

4.1 KiB

ພວກເຂົາຈະເປັ່ງສຽງຂອງພວກເຂົາຂຶ້ນແລະໂຫ່ຮ້ອງເຖິງພຣະສະງ່າງາມຂອງພຣະຢາເວ

ສຳນວນ "ເປັ່ງສຽງຂອງພວກເຂົາຂຶ້ນ" ເປັນສຳນວນທີ່ຫມາຍເຖິງການເວົ້າສຽງດັງຫລາຍ. ອາດແປໄດ້ອີກວ່າ: "ພວກເຂົາຈະຮ້ອງ ແລະ ໂຫ່ຮ້ອງກ່ຽວກັບຄວາມສະຫງ່າງາມຂອງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຂົາຈະ

ຄຳວ່າ "ພວກເຂົາ" ຫມາຍເຖິງຄົນເຫລົ່ານັ້ນທີ່ຍັງມີຊີວິດຢູ່ຫລັງຈາກທີ່ພຣະຢາເວທຳລາຍລ້າງແຜ່ນດິນໂລກແລ້ວ.

ແລະ ຈະໂຫ່ຮ້ອງດ້ວຍຄວາມຊື່ນຊົມຍິນດີຈາກທະເລ

ຄຳວ່າ "ທະເລ" ຫມາຍເຖິງທະເລເມດີເຕຣາເນຊຶ່ງເປັນຢູ່ທາງທິດຕາເວັນຕົກຂອງອິດສະຣາເອນ. ອາດແປໄດ້ອີກວ່າ: "ແລະຄົນເຫລົ່ານັ້ນທີ່ຢູ່ທາງທິດຕາເວັນຕົກທີ່ໄປທາງທະເລຈະໂຫ່ຮ້ອງດ້ວຍຄວາມຊື່ນຊົມຍິນດີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເພາະສະນັ້ນຈົ່ງຖວາຍພຣະກຽດແດ່ພຣະຢາເວໃນທາງທິດຕາເວັນອອກ

ສຳນວນ "ໃນທາງທິດຕາເວັນອອກ" ເປັນຕົວແທນເຖິງປະຊາຊົນທີ່ອາໄສຢູ່ໃນອິດສະຣາເອນ. ເອຊາຢາສັ່ງປະຊາຊົນເຫລົ່ານີ້ເຫມືອນກັບວ່າພວກເຂົາຢູ່ທີ່ນັ້ນກັບລາວ. ແຕ່, ລາວກຳລັງເວົ້າກັບປະຊາຊົນໃນອານາຄົດຫລັງຈາກທີ່ພຣະເຈົ້າທຳລາຍລ້າງແຜ່ນດິນໂລກ. ອາດແປໄດ້ອີກວ່າ: "ເພາະສະນັ້ນທຸກໆຄົນຈາກດິນແດນທີ່ແສນໄກທາງທິດຕາເວັນອອກ ຈະຖວາຍພຣະກຽດແດ່ພຣະຢາເວ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-apostrophe]] ແລະ rc://*/ta/man/translate/figs-pastforfuture)

ເກາະຕ່າງໆໃນທະເລ ຈົ່ງຖວາຍພຣະສິຣິແດ່

ເອຊາຢາກຳລັງສັ່ງໃຫ້ປະຊາຊົນຜູ້ທີອາໄສຢູເທິງເກາະຕ່າງໆໃນທະເລເມດີເຕຣາເນ ເຫມືອນກັບພວກເຂົາຢູ່ທີ່ນັ້ນກັບລາວ. ແຕ່, ລາວກຳລັງເວົ້າກັບປະຊາຊົນໃນອານາຄົດຫລັງຈາກທີ່ພຣະເຈົ້າທຳລາຍລ້າງແຜ່ນດິນໂລກ. ອາດແປໄດ້ອີກວ່າ: "ແລະທຸກໆຄົນໃນເກາະຕ່າງໆຈະຖວາຍພຣະສິຣິແດ່" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-apostrophe]] ແລະ rc://*/ta/man/translate/figs-pastforfuture)

ພຣະນາມຂອງພຣະຢາເວ

ຄຳວ່າ "ພຣະນາມ" ເປັນຕົວແທນເຖິງພຣະຢາວ. ອາດແປໄດ້ອີກວ່າ: "ແດ່ພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)