lo_tn/isa/24/12.md

2.5 KiB

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ບັນຍາຍເຖິງເວລາໃນອານາຄົດ ເມື່ອພຣະເຈົ້າຈະພິພາກສາໂລກນີ້. ພວກຜູ້ປະກາດພຣະທຳບາງເທື່ອບັນຍາຍເຖິງເຫດການໃນອານາຄົດ ເຫມືອນກັບວ່າບາງສິ່ງບາງຢ່າງໄດ້ເກີດຂຶ້ນໃນອາດີດ ຫລື ໃນປັດຈຸບັນ. ນີ້ເນັ້ນວ່າເຫດການຈະເກີດຂຶ້ນຢ່າງແນ່ນອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ເຫລືອໄວ້ແຕ່ຄວາມວ່າງເປົ່າໃນເມືອງ

ຄຳນາມທີ່ເປັນນາມມະທຳ "ຄວາມວ່າງເປົ່າ" ສາມາດຖືກລະບຸເປັນ "ວ່າງເປົ່າ" ຫລື "ເປົ່າ" ອາດແປໄດ້ອີກວ່າ: "ເມືອງເປັນທີ່ວ່າງເປົ່າ" ຫລື "ເມືອງຖືກປະປ່ອຍໃຫ້ເປັນທີ່ວ່າງເປົ່າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ໃນເມືອງ

ນີ້ບໍ່ມແມ່ນເຈາະຈົງໃສ່ເມືອງໃດຫນຶ່ງ ແຕ່ເມືອງຕ່າງໆໂດຍທົ່ວໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ເຫມືອນກັບຕອນທີ່ສັ່ນຕົ້ນຫມາກກອກເຫມືອນກັບການເກັບເລັມຕອນທີ່ເກັບພວງອະງຸ່ນແລ້ວ

ການປຽບທຽບຊົນຊາດຕ່າງໆ ຫລັງຈາກພຣະຢາເວທຳລາຍລ້າງແຜ່ນດິນ ຕາມທີ່ຕົ້ນໄມ້ແລະຫມາກອະງຸ່ນຫລັງຈາກຫມາກໄມ້ຂອງພວກເຂົາທີ່ໄດ້ເກັບແລ້ວ. ນີ້ຫມາຍເຖິງຈະມີປະຊາຊົນທີ່ຫນ້ອຍດຽວທີ່ປະປ່ອຍໃຫ້ເຫລືອຢູ່ໃນແຜ່ນດິນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)