lo_tn/isa/24/10.md

4.0 KiB

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ບັນຍາຍເຖິງເວລາໃນອານາຄົດ ເມື່ອພຣະເຈົ້າຈະພິພາກສາໂລກນີ້. ພວກຜູ້ປະກາດພຣະທຳບາງເທື່ອບັນຍາຍເຖິງເຫດການໃນອານາຄົດ ເຫມືອນກັບວ່າບາງສິ່ງບາງຢ່າງໄດ້ເກີດຂຶ້ນໃນອາດີດ ຫລື ໃນປັດຈຸບັນ. ນີ້ເນັ້ນວ່າເຫດການຈະເກີດຂຶ້ນຢ່າງແນ່ນອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ເມືອງທີ່ສັບສົນວຸ່ນວາຍນັ້ນໄດ້ພັງທະລາຍລົງ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະຫັກເມືອງລົງດ້ວຍສັບສົນວຸ່ນວາຍນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເມືອງທີ່ສັບສົນວຸ່ນວາຍ

ຄວາມຫມາຍທີ່ອາດເປັນໄດ້ 1) ເມືອງຢູ່ໃນຄວາມສັບສົນວຸ່ນວາຍກ່ອນທີ່ອົງພຣະຜູ້ເປັນເຈົ້າຈະຫັກມັນລົງ; ປະຊາຊົນບໍ່ໄດ້ເຊື່ອຟັງພຣະເຈົ້າ, ລັດຖະບານກໍກິນສິນບົນ, ແລະເມືອງກໍເຕັມໄປດ້ວຍການກິນດື່ມແລະງານລ້ຽງ, ຫລື 2) ເມືອງຈະເປັນຢູ່ໃນຄວາມສັບສົນວຸ່ນວາຍຫລັງຈາກທີພຣະເຈົ້າຫັກມັນລົງ. ກຳແພງແລະຕືກຈະເຄີຍເປັນຕືກເຂັ້ມແຂງແລະສູງບັດນີ້ຢູ່ໃນຄວາມພິນາດເຖິງພື້ນດິນ. ກັບຄວາມຫມາຍມັນບໍ່ມີຄວາມສຳຄັນເຫມືອນກັບວ່າເມືອງຫນຶ່ງ. ມັນຫມາຍເຖິງເມືອງຕ່າງໆໂດຍທົ່ວໄປ.

ບ້ານເຮືອນທຸກຫລັງໄດ້ປິດແລະຮ້າງເປົ່າ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ປະຊາຊົນຈະປິດເຮືອນຂອງພວກເຂົາ ແລະປະປ່ອຍໃຫ້ເຮືອນຂອງເຂົາຫວ່າງເປົ່າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເນື່ອງຈາກເຫລົ້າອະງຸ່ນ

"ເນື່ອງຈາກບໍ່ມີເຫລົ້າອະງຸ່ນ"

ຄວາມຊື່ນບານທັງຫມົດກໍມືດມິດໄປຄວາມຍິນດີຂອງແຜ່ນດິນໄດ້ສູນໄປແລ້ວ

ສອງສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍຄືກັນ. ອາດແປໄດ້ອີກວ່າ: "ຄວາມຊື່ນບານຈະໄປຈາກແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຄວາມຍິນດີຂອງແຜ່ນດິນ

ຄຳວ່າ "ແຜ່ນດິນ" ເປັນຕົວແທນເຖິງປະຊາຊົນເທິງແຜ່ນດິນໂລກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)