lo_tn/isa/24/06.md

1.9 KiB

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ບັນຍາຍເຖິງເວລາໃນອານາຄົດ ເມື່ອພຣະເຈົ້າຈະພິພາກສາໂລກນີ້. ພວກຜູ້ປະກາດພຣະທຳບາງເທື່ອບັນຍາຍເຖິງເຫດການໃນອານາຄົດ ເຫມືອນກັບວ່າບາງສິ່ງບາງຢ່າງໄດ້ເກີດຂຶ້ນໃນອາດີດ ຫລື ໃນປັດຈຸບັນ. ນີ້ເນັ້ນວ່າເຫດການຈະເກີດຂຶ້ນຢ່າງແນ່ນອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ຄຳສາບແຊ່ງກໍກືນກິນໂລກນີ້

ພຣະຢາເວກຳລັງສາບແຊ່ງແຜ່ນດິນໂລກ ແລະ ກຳລັງທຳລາຍມັນ ເວົ້າເຫມືອນກັບວ່າຄຳສາບແຊ່ງເປັນເຫມືອນສັດຮ້າຍທີ່ກືນກິນແຜ່ນດິນໂລກຢ່າງສິ້ນຊາກ ຫລື ໄຟທີ່ເຜົາຜານແຜ່ນດິນໂລກຢ່າງສິ້ນເຊິງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະຜູ້ທີ່ອາໃສຢູ່ໃນໂລກກໍຖືກພົບວ່າມີຄວາມຜິດ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ແລະພຣະຢາເວຈະປະກາດວ່າປະຊາຊົນນັ້ນມີຄວາມຜິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)