lo_tn/isa/24/03.md

3.5 KiB

ແຜ່ນດິນໂລກຈະຖືກທຳລາຍລ້າງຈົນສິ້ນຊາກແລະຖືກປົ້ນຈົນຫມົດສິ້ນ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະທຳລາຍລ້າງແຜ່ນດິນໂລກຈົນສິ້ນຊາກ ແລະ ພຣະອົງຈະເຄື່ອນຍ້າຍທຸກໆສິ່ງພ້ອມກັບຂອງມີຄ່າດ້ວຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພຣະຢາເວໄດ້ກ່າວຄຳສັ່ງນີ້ໄວ້ແລ້ວ

ຄຳວ່າ "ຄຳສັ່ງ" ເປັນຕົວແທນເຖິງສິ່ງທີ່ພຣະຢາເວໄດ້ເວົ້າ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ເວົ້າວ່າພຣະອົງຈະຊົງເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໂລກນີ້ກໍຫ່ຽວແຫ້ງແລະທະລາຍໄປ, ພວກຄົນສູງສັກຂອງແຜ່ນດິນໂລກກໍສູນສິ້ນໄປ

ສອງສຳນວນເຫລົ່ານີ້ພື້ນຖານແລ້ວມີຄວາມຫມາຍຄືກັນ. ອາດແປໄດ້ອີກວ່າ: "ທຸກໆສິ່ງເທິງແຜ່ນດິນໂລກຈະຫ່ຽວແຫ້ງໄປ ແລະຕາຍໄປດ້ວຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ແຜ່ນດິນໂລກ ... ໂລກນີ້

ທັງສອງເຫລົ່ານີ້ ເປັນຕົວແທນເຖິງທຸກໆສິ່ງທີ່ຢູ່ເທິງແຜ່ນດິນໂລກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແຜ່ນດິນໂລກເປັນມົນທິນເນື່ອງຈາກຜູ້ທີ່ຢູ່ອາໃສໃນ

ປະຊາຊົນມີບາບ ແລະ ເຮັດໃຫ້ແຜ່ນດິນໂລກບໍ່ເປັນທີ່ຍອມຮັບຕໍ່ພຣະເຈົ້າຖືກເວົ້າເຫມືອນກັບວ່າປະຊາຊົນໄດ້ເຮັດໃຫ້ແຜ່ນດິນໂລກທາງຕາແນມເຫັນນີ້ເປັນມົນທິນໄປ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ປະຊາຊົນໄດ້ເຮັດໃຫ້ແຜ່ນດິນໂລກເປັນມົນທິນໄປ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ພວກເຂົາໄດ້ລະເມີດກົດບັນຍັດໄດ້ຝືນກົດເກນ ແລະໄດ້ຫັກຄຳສັນຍານິລັນນັ້ນ

"ພວກເຂົາບໍ່ໄດ້ເຊື່ອຟັງກົດບັນຍັດຂອງພຣະເຈົ້າ ແລະກົດເກນ, ແລະ ພວກເຂົາໄດ້ຫັກພັນທະສັນຍານິລັນຂອງພຣະເຈົ້າ"