lo_tn/isa/23/15.md

3.7 KiB

ໃນວັນນັ້ນ

ຄຳວ່າ "ວັນ" ເປັນຕົວແທນສຳລັບເວລາທົ່ວໄປ. ອາດແປໄດ້ອີກວ່າ: "ໃນເວລານັ້ນ" ຫລື "ແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເມືອງຕີເຣຈະຖືກລືມໄປເປັນເວລາເຈັດສິບປີ

ເມື່ອປະຊາຊົນຈະບໍ່ໄປທີຕີເຣອີກເພື່ອຊື້ ແລະ ຂາຍສິ່ງຂອງຕ່າງໆ. ມັນຈະເປັນເຫມືອນກັບວ່າພວກເຂົາໄດ້ລືມກ່ຽວກັບເມືອງນີ້ໄປແລ້ວ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ສຳລັບເຈັດສິບປີມັນຈະເຫມືອນກັບວ່າຄົນທັງຫລາຍໄດ້ລືມກ່ຽວກັບຕີເຣແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເປັນເວລາເຈັດສິບປີ

"ເປັນເວລາ 70 ປີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)

ເຫມືອນກັບອາຍຸຂອງກະສັດອົງຫນຶ່ງ

ຄຳວ່າ "ວັນ" ເປັນຕົວແທນເຖິງເວລາທີ່ຫລາຍກວ່າ. ອາຍຸສະເລ່ຍທີ່ກະສັດຈະມີຊີວິດຢູ່ແມ່ນປະມານ 70 ປີ. ອາດແປໄດ້ອີກວ່າ: "ເຫມືອນກັບອາຍຸຂອງກະສັດອົງຫນຶ່ງ" ຫລື "ຊຶ່ງດົນເທົ່າກັບອາຍຸຂອງກະສັດອົງຫນຶ່ງທີ່ມີຊີວິດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຫມືອນກັບໃນບົດເພງຂອງຍິງໂສເພນີ ... ເພື່ອໃຫ້ຄົນລະນຶກເຖິງເຈົ້າໄດ້ອີກ

ການເວົ້ານີ້ກ່ຽວກັບປະຊາຊົນຕີເຣ ເຫມືອນກັບພວກເຂົາເປັນຍິງໂສເພນີ. ເຫມືອນກັບຍິງໂສເພນີທີ່ບໍ່ມີຊື່ສຽງອີກຕໍ່ໄປທີ່ອາດຈະຮ້ອງເພງຕາມທາງເພື່ອຊອກຫາຄົນຮັກເກົ່າໃນອາດີດ, ປະຊາຊົນຕີເຣຈະພະຍາຍາທີ່ໃຫ້ປະຊາຊົນຈາກຊົນຊາດອຶ່ນໆກັບມາຫາພວກເຂົາ ເພື່ອໃຫ້ສືບຕໍ່ເປັນພໍ່ຄ້າເພື່ອທີ່ວ່າປະຊາຊົນຕີເຣຈະຮັ່ງມີ ແລະ ມີອຳນາດອີກເທື່ອຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພື່ອໃຫ້ຄົນລະນຶກເຖິງເຈົ້າໄດ້ອີກ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເພື່ອໃຫ້ຄົນລະນຶກເຖິງເຈົ້າໄດ້" ຫລື "ເພື່ອໃຫ້ຄົນກັບຄືນມາຫາເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)